• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດເຊຍ ແລະ ຢູແກຼນ ສືບຕໍ່ດຳເນີນການເຈລະຈາທາງໄກ

ເລື່ອງ ລັດເຊຍ ແລະ ຢູແກຼນ ລົງນາມ ແລະ ປະຕິບັດຂໍ້ຕົກລົງສະບັບໜຶ່ງ ອາດຈະຢຸດຕິບັນດາເຫດການທີ່ພວມເກີດຂຶ້ນຢູ່ປະເທດນີ້ໂດຍໄວ.
ຊາວອົບພະຍົບ ຢູແກຼນ (ພາບ: PAP/TTXVN)  

 ຕາມສຳນັກຂ່າວສານ TASS ຂອງລັດເຊຍ ແລ້ວ, ວັນທີ 17 ມີນາ, ທ່ານນາງ ໂຄສົກກະຊວງການຕ່າງປະເທດ ລັດເຊຍ Maria Zakharova ໃຫ້ຮູ້ວ່າ, ການເຈລະຈາລະຫວ່າງປະເທດນີ້ກັບ ຢູແກຼນ ສືບຕໍ່ດຳເນີນໄປແບບທາງໄກ. ເຈົ້າໜ້າທີ່ຂອງ 2 ຝ່າຍພວມປຶກສາຫາລືກ່ຽວກັບບັນຫາການທະຫານ, ການເມືອງ ແລະ ມະນຸດສະທຳ.

ໃນຂະນະນັ້ນ, ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ ມົດສະກູ, ທ່ານເລຂາສືື່ມວນຊົນຂອງປະທານາທິບໍດີລັດເຊຍ Dmitry Peskov ຊີ້ແຈ້ງວ່າ, ເລື່ອງ ລັດເຊຍ ແລະ ຢູແກຼນ ລົງນາມ ແລະ ປະຕິບັດຂໍ້ຕົກລົງສະບັບໜຶ່ງ ອາດຈະຢຸດຕິບັນດາເຫດການທີ່ພວມເກີດຂຶ້ນຢູ່ປະເທດນີ້ໂດຍໄວ. ທ່ານກໍ່ຢືນຢັນວ່າ ບັນດາເງື່ອນໄຂຂອງ ມົດສະກູ ແມ່ນຈະແຈ້ງທີ່ສຸດ, ໄດ້ສ້າງຂຶ້ນ ແລະ ໄດ້ແຈ້ງໃຫ້ນັກເຈລະຈາ ຢູແກຼນ ຮັບຊາບຢ່າງຄົບຖ້ວນ.

ອົງການສື່ມວນຊົນຂອງປະທານາທິບໍດີ ຢູແກຼນ ໃຫ້ຮູ້ວ່າ, ໃນວັນທີ 17 ມີນາ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zekensky ໄດ້ຍົກອອກບຸລິມະສິດໃນການເຈລະຈາກັບ ລັດເຊຍ, ລວມມີການຢຸດຕິສົງຄາມ, ຮັບປະກັນຄວາມໝັ້ນຄົງໃຫ້ແກ່ປະຊາຊົນ ແລະ ປະເທດຊາດ


(ແຫຼ່ງຄັດຈາກ VOV)

ຍາມໃດ ຫວຽດນາມ ກໍ່ຖື ອາເມລິກາ ແມ່ນຄູ່ຮ່ວມມືທີ່ມີຄວາມສຳຄັນຍຸດທະສາດ

ຍາມໃດ ຫວຽດນາມ ກໍ່ຖື ອາເມລິກາ ແມ່ນຄູ່ຮ່ວມມືທີ່ມີຄວາມສຳຄັນຍຸດທະສາດ

ທ່ານ ເລຮວ່າຍຈຸງ ຕີລາຄາສູງບັນດາການເຄື່ອນໄຫວທີ່ແທ້ຈິງໃນການພົວພັນ 2 ຝ່າຍ

Top