• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດເຊຍ ກຽມພ້ອມເຈລະຈາກັບຝ່າຍຕາເວັນຕົກດ້ວຍເງື່ອນໄຂຄວາມຈິງໃຈ ແລະ ຮັບປະກັນຜົນປະໂຫຍດແຫ່ງຊາດ

ຜູ້ນຳອົງການການທູດ ລັດເຊຍ ໄດ້ໃສ່ໃຈເຖິງໝາກຜົນການສະຫລຸບຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃນການຕອບສຳພາດຫວ່າງມໍ່ໆມານີ້ທີ່ວ່າ: ລັດເຊຍ ບໍ່ມີຄວາມເຊື່ອໝັ້ນຕໍ່ຝ່າຍຕາເວັນຕົກແລ້ວ.
ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov (ພາບ:AFP/TTXVN)

ລັດເຊຍ ກຽມພ້ອມເຈລະຈາກັບຝ່າຍຕາເວັນຕົກ ດ້ວຍເງື່ອນໄຂເຈລະຈາແບບຈິງໃຈ ແລະ ຮັບປະກັນການພິຈາລະນາບັນດາຜົນປະໂຫຍດອັນຊອບທຳຂອງສະຫະພັນລັດເຊຍ ຢ່າງຄົບຖ້ວນ. ນັ້ນແມ່ນການຢັ້ງຢືນຂອງທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ທີ່ການຕອບສຳພາດ ກັບທ່ານ Andrei Kondrashov, ຜູ້ອຳນວຍການໃຫຍ່ສຳນັກຂ່າວສານ TASS ໃນວັນທີ 24 ມີນາ.

ຜູ້ນຳອົງການການທູດ ລັດເຊຍ ໄດ້ໃສ່ໃຈເຖິງໝາກຜົນການສະຫລຸບຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃນການຕອບສຳພາດຫວ່າງມໍ່ໆມານີ້ທີ່ວ່າ: ລັດເຊຍ ບໍ່ມີຄວາມເຊື່ອໝັ້ນຕໍ່ຝ່າຍຕາເວັນຕົກແລ້ວ. ແຕ່ເຖິງຢ່າງໃດກໍ່ຕາມ, ລັດຖະມົນຕີການຕ່າງປະເທດ Sergei Lavrov ກໍ່ໄດ້ຢັ້ງຢືນຄືນໃໝ່ວ່າ: ລັດເຊຍ ຍາມໃດກໍ່ສ້າງເງື່ອນໄຂເພື່ອດຳເນີນການເຈລະຈາກັບຝ່າຍຕາເວັນຕົກ, ແຕ່ດ້ວຍເງື່ອນໄຂນັ້ນແມ່ນວິວັດການເຈລະຈາຕ້ອງຈິງໃຈ, ມີການຮັບປະກັນ ແລະ ອີງຕາມສະພາບການຕົວຈິງປະຈຸບັນ ກໍ່ຄືເຈລະຈາບັນດາຜົນປະໂຫຍດສອດຄ່ອງຕາມກົດໝາຍຂອງສະຫະພັນລັດເຊຍຢ່າງຄົບຖ້ວນ.

(ແຫຼ່ງຄັດຈາກ VOV)

ດັກ​ລັກ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ໜ້າ​ທີ່​ຕ້ານ​ການ​ຂຸດ​ຄົ້ນ IUU

ດັກ​ລັກ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ໜ້າ​ທີ່​ຕ້ານ​ການ​ຂຸດ​ຄົ້ນ IUU

ໄລ່ຮອດວັນທີ 28 ກຸມພາ, ແຂວງດັກລັກ ມີກຳປັ່ນຫາປາທີ່ໄດ້ຈົດທະບຽນໃນລະບົບຖານຂໍ້ມູນອາຊີບຫາປາແຫ່ງຊາດ 2.575 ລຳ. ກຳປັ່ນ ທີ່ມີໜັງສືອະນຸຍາດຂຸດຄົ້ນສິນນ ໃນນ້ຳຍັງມີຜົນສັກສິດ 2555 ລຳ

Top