• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະມົນຕີກະຊວງອຸດສາຫະກຳແລະການຄ້າເຈີ່ນຕວ້ນແອງພົບປະກັບຫົວໜ້າຜູ້ຕາງໜ້າການຄ້າອາເມລິກາ

      ວັນທີ 30 ພຶດສະພາ, ໃນຂອບເຂດການຢ້ຽມຢ້າມຢ່າງເປັນທາງການຂອງ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈີ່ນຕວ້ນແອງ  ແລະ ຫົວໜ້າຜູ້ຕາງໜ້າການຄ້າ ອາເມລິກາ Robert Lighthizer ໄດ້ມີການເຮັດວຽກກັບປະທານສະພາການຄ້າ ແລະ ການລົງທຶນ ຫວຽດນາມ-ອາເມລິກາ (ສະພາ TIFA).
ທີ່ການພົບປະລະຫວ່າງ 2 ຝ່າຍ
(ພາບ: moit.gov.vn)
      ນະທີ່ນີ້, ຫົວໜ້າຜູ້ຕາງໜ້າການຄ້າ ອາເມລິກາ ຢືນຢັນວ່າ ສະພາການຄ້າ ແລະ ການລົງທຶນ ຫວຽດນາມ-ອາເມລິກາ ແມ່ນກົນໄກເຈລະຈາສຳຄັນເພື່ອແກ້ໄຂບັນດາບັນຫາເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງສອງປະເທດ.
        ທ່ານ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເຈີ່ນຕວ້ນແອງ ສະເໜີ ຫົວໜ້າຜູ້ຕາງໜ້າການຄ້າ ອາເມລິກາ ສືບຕໍ່ປະກອບສ່ວນ ໃຫ້ການເພີ່ມທະວີການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງສອງປະເທດກວ່າອີກ.
        ດ້ວຍຈິດໃຈການຮ່ວມມື, ເຈລະຈາຢ່າງກົງໄປກົງມາ, ທ່ານ ລັດຖະມົນຕີ ເຈີ່ນຕວ້ນແອງ ແລະ ຫົວໜ້າຜູ້ຕາງໜ້າການຄ້າ ອາເມລິກາ Robert Lighthizer ໄດ້ພ້ອມກັນປຶກສາຫາລືເພື່ອແກ້ໄຂບັນດາອຸປະສັກທາງດ້ານເສດຖະກິດ, ການຄ້າ ລະຫວ່າງສອງປະເທດ. ປະທານຮ່ວມສະພາ TIFA ໄດ້ມີຄວາມເປັນເອກະພາບນຳກັນ ວ່າຈະເພີ່ມທະວີການເຄື່ອນໄຫວຂອງສະພາການຄ້າ ແລະ ການລົງທຶນ ຫວຽດນາມ-ອາເມລິກາ ກວ່າອີກ ເພື່ອແນໃສ່ແກ້ໄຂບັນດາບັນຫາທີ່ເກີດຂຶ້ນ ແລະ ຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງສອງປະເທດໃນໄລຍະຈະມາເຖິງກວ່າອີກ.
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top