ຂ່າວສານ
ລັດຖະມົນຕີກະຊວງຕຳຫຼວດ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຈະຕອບຄຳຊັກຖາມຕໍ່ຄະນະປະຈຳສະພາແຫ່ງຊາດ
ວັນທີ 10 ສິງຫາ ຈະມາເຖິງ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຈະຈັດການເຄື່ອນໄຫວຊັກຖາມ ແລະ ຕອບຄຳຊັກຖາມທີ່ກອງປະຊຸມຄັ້ງທີ 14. ກອງປະຊຸມນີ້ຈະດຳເນີນຢູ່ຫ້ອງປະຊຸມ ຢຽນຮົ່ງ, ຫໍສະພາແຫ່ງຊາດ ແລະ ເຊື່ອມຕໍ່ທາງອອກນລາຍກັບ 62 ຄະນະສະມາຊິກສະແຫ່ງຊາດຢູ່ບັນດາແຂວງ, ນະຄອນຂຶ້ນກັບສູນກາງ.
ເລື່ອງຊັກຖາມ ແລະ ຕອບຄຳຊັກຖາມໄດ້ດຳເນີນຕາມໝວດບັນຫາ. ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ຕອບຄຳຊັກຖາມໝວດບັນຫາທີ 1 ກ່ຽວຂ້ອງເຖິງວຽກງານຄຸ້ມຄອງລັດກ່ຽວກັບຄວາມປອດໄພທາງເຄືອຂ່າຍອິນເຕີແນັດ; ວຽກງານປ້ອງກັນ, ຕ້ານອາດຊະຍາກຳ… ໝວດບັນຫາທີ 2 ຂຶ້ນກັບຂົງເຂດວັດທະນະທຳ, ກິລາ ແລະ ທ່ອງທ່ຽວ. ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຫງວຽນວັນຮຸ່ງ ແມ່ນຜູ້ຕອບຄຳຊັກຖາມຕົ້ນຕໍ່ ກ່ຽວກັບເລື່ອງຜັນຂະຫຍາຍບັນດາໜ້າທີ່, ມາດຕະການກະຕຸ້ນ, ຟື້ນຟູການທ່ອງທ່ຽວພາຍຫຼັງໂລກລະບາດໂຄວິດ-19…