• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະບານຫວຽດນາມແກ້ໄຂຂໍ້ຕິດຂັດໃຫ້ແກ່ທ້ອງຖິ່ນພັດທະນາ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຫາກໍ່ມີການເຮັດວຽກກັບການນຳຫລັກແຫລ່ງຂອງແຂວງ ຈ່າວິງ, ເທື່ອທຽນ - ເຫ້ວ ແລະ ທາຍບີ່ງ ເພື່ອຊີ້ນຳໂດຍກົງການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ບັນດາແຂວງດັ່ງກ່າວ, ສ້າງປະຖົມປັດໄຈໃຫ້ 3 ແຂວງ ຜັນຂະຫຍາຍແຜນການພັດທະນາເສດຖະກິດສັງຄົມ ນັບແຕ່ປີ 2021 ຮອດປີ 2025. 


ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເຮັດວຽກກັບການນຳແຂວງ ຈ່າວິງ 

ພາບ:VGP


ສຳລັບ ແຂວງຈ່າວິງ ທ່ານນາຍົກລັດຖະມົນຕີ ສະເຫນີໃຫ້ແຂວງ ຕ້ອງເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບໃຫ້ໄດ້ ຢ່າງສຸດຂີດ ເພື່ອນຳແຂວງນີ້ກາຍເປັນແຂວງຈຸດສຸມກ່ຽວກັບການພັດທະນາເສດຖະກິດທະເລຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ. ທາງແຂວງຄວນລະດົມແຫລ່ງກຳລັງເພື່ອລົງທຶນພື້ນຖານໂຄງລ່າງ, ຫັນວຽກງານຄຸ້ມຄອງອາຊີບຫາຢູ່ທະເລເປັນທັນສະໄຫມ, ກາຍເປັນສູນກາງລ້ຽງປູກສິນໃນນ້ຳ, ຂຸດຄົ້ນ ແລະປຸງແຕ່ງສິນໃນນ້ຳ.

ເມື່ອເຮັດວຽກກັບການນຳແຂວງເທື່ອທຽນ-ເຫ້ວ,ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນຫນັກວ່າ ແຂວງຕ້ອງມີຄວາມຕັດສິນໃຈພັດທະນາບຸກທະລຸເພື່ອກາຍເປັນນະຄອນຂຶ້ນກັບສູນກາງ.

ທີ່ການເຮັດວຽກກັບການນຳແຂວງ ທາຍບີ່ງ ທ່ານນາຍົກລັດຖະມົນຕີ ໄດ້ມອບໃຫ້ບັນດາກະຊວງ,ຂະແຫນງການຄົ້ນຄ້ວາ ແລະສ້າງລະບຽບການຕ່າງໆໃຫ້ສົມບູນແບບເພື່ອນຳແຂວງສ້າງຕັ້ງບັນດາເຂດອຸດສາຫະກຳໃນເຂດເສດຖະກິດ ທາຍບີ່ງ ໂດຍໄວ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ຊີວິດ ແລະ ພາລະກິດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຕິດພັນກັບຂະບວນການປະຕິວັດແຕ່ຊຸມປີ 1930 ຢູ່ພາກເໜືອ ຫວຽດນາມ ແລະ ຫຼາຍປີຢູ່ພາກໃຕ້ ຫວຽດນາມ ກ່ອນທີ່ຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ເມື່ອປີ 1986.

Top