• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະບານ ຫວຽດນາມ ສະໜັບສະໜູນ Samsung ເປີດກ້ວາງການລົງທຶນຢູ່ ຫວຽດນາມ

ຕອນບ່າຍວັນທີ 14 ມິຖຸນາ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Choi Joo Ho, ຜູ້ອຳນວຍການໃຫຍ່ໜ່ວຍຜະລິດ Samsung ຢູ່ ຫວຽດນາມ.

ລັດຖະບານ ຫວຽດນາມ ສະໜັບສະໜູນ Samsung ເປີດກ້ວາງການລົງທຶນຢູ່ ຫວຽດນາມ (ພາບ: VGP)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຢືນຢັນວ່າ ໃນໄລຍະຈະມາເຖິງຈະສືບຕໍ່ສະໜັບສະໜູນກຸ່ມບໍລິສັດເປີດກ້ວາງການລົງທຶນຢູ່ ຫວຽດນາມ, ບໍ່ພຽງແຕ່ໃນຂົງເຂດປະກອບບັນດາຜະລິດຕະພັນເອເລັກໂຕນິກເທົ່ານັ້ນ ຫາກຍັງເປີດກ້ວາງກຳລັງຄວາມສາມາດໃນການພັດທະນາເຕັກໂນໂລຊີ, ໜູນຊ່ວຍ ຫວຽດນາມ ໃນການຜັນຂະຫຍາຍລັດຖະບານເອເລັກໂຕນິກ, ເຊິ່ງແມ່ນຂົງເຂດທີ່ Samsung ມີບົດຮຽນຫລາຍຢ່າງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍ່ປາດຖະໜາຢາກໃຫ້ Samsung ຊຸກຍູ້ບັນດາກຸ່ມບໍລິສັດເຕັກໂນໂລຊີໃຫຍ່ຂອງ ສ.ເກົາຫຼີ ເຂົ້າມາລົງທຶນຢູ່ ຫວຽດນາມ.

        ສ່ວນທ່ານ Choi Joo Ho ໄດ້ລາຍງານກັບທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຮັບຊາບກ່ຽວກັບການຜັນຂະຫຍາຍແຜນການກໍ່ສ້າງອາຄານສູນຄົ້ນຄວ້າ ແລະ ພັດທະນາຂອງ Samsung ຢູ່ ຫວຽດນາມ ຕາມການສະເໜີຂອງທ່ານນາຍົກລັດຖະມົນຕີ ໃນການພົບປະກ່ອນນັ້ນກັບການນຳຂອງກຸ່ມບໍລິສັດ. ທ່ານ Choi Joo Ho ໃຫ້ຮູ້ວ່າ: ກຸ່ມບໍລິສັດ Samsung ກໍ່ໄດ້ຮຽກເຊີນວິສາຫະກິດໃຫຍ່ຂອງ ສ.ເກົາຫຼີ ທີ່ລົງທຶນໃນຂົງເຂດເອເລັກໂຕນິກເຄິ່ງຊັກນຳໄຟຟ້າ ລົງທຶນເຂົ້າແຂວງ ບັກຢາງ ດ້ວຍຍອດເງິນລົງທຶນປະມານ 500 ລ້ານ USD.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top