• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລະ​ບົບ​ຄຸ້ມ​ຄອງວັກ​ຊິນ​ແຫ່ງ​ຊາດ ຂອງ ຫວຽດ​ນາມ ບັນ​ລຸ​ລະ​ດັບ​ສູງ ທີ 2 ໃນ​ຕາ​ຕະ​ລາງ​ຈັດ​ອັນ​ດັບ​ຂ​ອງ WHO

ອົງການອະນາໄມໂລກ (WHO) ໄດ້ປະກາດຢ່າງເປັນທາງການວ່າ: ລະບົບຄຸ້ມຄອງວັກຊິນແຫ່ງຊາດ ຂອງ ຫວຽດນາມ ປະຕິບັດສຳເລັດ 3 ໃນ 9 ໜ້າທີ່ຄຸ້ມຄອງວັກຊິນ.
ການທົດລອງ ແລະ ກວດກາປະລິມານ protein ໃນວັກຊິນກັນພະຍາດໂຄວິດ - 19 (ພາບ: TTXVN)

 ວັນທີ 7 ເມສາ, ອົງການອະນາໄມໂລກ (WHO) ໄດ້ປະກາດຢ່າງເປັນທາງການວ່າ: ລະບົບຄຸ້ມຄອງວັກຊິນແຫ່ງຊາດ ຂອງ ຫວຽດນາມ ປະຕິບັດສຳເລັດ 3 ໃນ 9 ໜ້າທີ່ຄຸ້ມຄອງວັກຊິນ. ນີ້ແມ່ນລະດັບສູງທີ 2 ໃນຕາຕະລາງຈັດອັນດັບຂອງອົງການອະນາໄມໂລກ ກ່ຽວກັບລະບົບຄຸ້ມຄອງແຫ່ງຊາດ.

        ລະບົບຄຸ້ມຄອງວັກຊິນແຫ່ງຊາດ ຂອງ ຫວຽດນາມ ໄດ້ຮັບການຮັກສາ ແລະ ພັດທະນາໃນຊຸມປີຜ່ານມາ, ຕອບສະໜອງໄດ້ຄວາມຕ້ອງການວັກຊິນພາຍໃນປະເທດ; ສ້າງປະຖົມປັດໄຈໃຫ້ລະບົບດັ່ງກ່າວກາຍເປັນອົງການຄຸ້ມຄອງມີອິດທິພົນຊື່ສຽງ, ການສົ່ງອອກວັກຊິນຊະນິດຕ່າງໆທີ່ໄດ້ຜະລິດພາຍໃນປະເທດ, ປະກອບສ່ວນເຂົ້າໃນລະບົບສະໜອງວັກຊິນທົ່ວໂລກ. ປັດຈຸບັນ, ຫວຽດນາມ ຜະລິດວັກຊິນໄດ້ 11 ປະເພດ ໃນການກັນ 11 ພະຍາດ ໃຫ້ແກ່ໂຄງການສັກວັກຊິນເປີດກວ້າງ; ນອກຈາກນັ້ນ, ຍັງສາມາດຜະລິດວັກຊິນອື່ນໆອີກຫຼາຍປະເພດອີກດ້ວຍ.

 (ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top