ພາຍຫຼັງການຜັນຂະຫຍາຍເດືອນມະນຸດສະທຳ ປີ 2026 (ແຕ່ວັນທີ 01 – 31 ພຶດສະພາ) ດ້ວຍຫົວຂໍ້ “80 ປີ - ວິວັດການແຫ່ງຄວາມເມດຕາປານີເພື່ອປະຊາຄົມ”, ທົ່ວລະບົບສະພາກາແດງ ຫວຽດນາມ ລະດົມໄດ້ຈຳນວນເງິນເກືອບ 762 ຕື້ດົ່ງ (ເກືອບ 29 ລ້ານ USD), ບັນລຸ 152% ຄາດໝາຍທີ່ໄດ້ວາງອອກ, ໜູນຊ່ວຍກວ່າ 578.000 ເທື່ອຄົນທີ່ປະສົບກັບຄວາມຫຍຸ້ງຍາກ, ດ້ອຍໂອກາດໃນທົ່ວປະເທດ. ນີ້ແມ່ນໝາກຜົນພົ້ນເດັ່ນເຊິ່ງສູນກາງສະພາກາແດງ ຫວຽດນາມ ປະກາດທີ່ກອງປະຊຸມສະຫຼຸບເດືອນມະນຸດສະທຳ ປີ 2026 ເຊິ່ງຈັດຂຶ້ນໃນວັນທີ 11 ມິຖຸນາ, ຢູ່ ຮ່າໂນ້ຍ.
ໜຶ່ງໃນບັນດາຂີດໝາຍພົ້ນເດັ່ນຂອງເດືອນມະນຸດສະທຳປີນີ້ແມ່ນ ເປັນຄັ້ງທຳອິດທີ່ທົ່ວລະບົບສະພາກາແດງໄດ້ຜັນຂະຫຍາຍ “ວັນບຸນແຫ່ງຄວາມເມດຕາປານີ” ຢູ່ບັນດາທ້ອງຖິ່ນ, ດ້ວຍການເຄື່ອນໄຫວໜູນຊ່ວຍການຫາເງິນລ້ຽງຊີບໃຫ້ກວ່າ 5.700 ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ; ກໍ່ສ້າງ, ສ້ອມແປງ ແລະ ໜູນຊ່ວຍນັບພັນກິດຈະກຳ, ວຽກງານມະນຸດສະທຳ; ກວດພະຍາດ, ໃຫ້ຄຳປຶກສາທາງສຸຂະພາບແກ່ຜູ້ປະສົບກັບຄວາມຫຍຸ້ງຍາກ…
ບັນດາໝາກຜົນທີ່ບັນລຸໄດ້ນັ້ນສືບຕໍ່ເປັນການຢືນຢັນເດືອນມະນຸດສະທຳແມ່ນຂະບວນການມະນຸດສະທຳທີ່ມີຂອບເຂດທົ່ວປະເທດ, ສ້າງກຳລັງແຜ່ກະຈາຍຢ່າງເລິກເຊິ່ງ, ກວ້າງຂວາງໃນສັງຄົມ.






