ຂ່າວສານ

ລະດົມຈຳນວນເງິນເກືອບ 762 ຕື້ດົ່ງໃນເດືອນມະນຸດສະທຳ, ແຜ່ກະຈາຍການເຄື່ອນໄຫວເມດຕາປານີເພື່ອປະຊາຄົມ

ໜຶ່ງໃນບັນດາຂີດໝາຍພົ້ນເດັ່ນຂອງເດືອນມະນຸດສະທຳປີນີ້ແມ່ນ ເປັນຄັ້ງທຳອິດທີ່ທົ່ວລະບົບສະພາກາແດງໄດ້ຜັນຂະຫຍາຍ “ວັນບຸນແຫ່ງຄວາມເມດຕາປານີ” ຢູ່ບັນດາທ້ອງຖິ່ນ
  ກອງປະຊຸມສະຫຼຸບເດືອນມະນຸດສະທຳ ປີ 2026 (ພາບ: VGP)  

ພາຍ​ຫຼັງ​ການ​ຜັນ​ຂະ​ຫຍາຍ​​ເດືອນ​ມະ​ນຸດ​ສະ​ທຳ ​ປີ 2026 (ແຕ່​ວັນ​ທີ 01 – 31 ພຶດ​ສະ​ພາ) ດ້ວຍ​ຫົວ​ຂໍ້ “80 ປີ - ວິວັດການ​ແຫ່ງຄວາມ​ເມດ​ຕາ​ປາ​ນີ​ເພື່ອ​ປະ​ຊາ​ຄົມ”, ທົ່ວລ​ະ​ບົບ​ສະ​ພາ​ກາ​ແດງ ຫວຽດ​ນາມ ລະ​ດົມໄດ້​​ຈຳ​ນວນ​ເງິນ​ເກືອບ 762 ຕື້ດົ່ງ (ເກືອບ 29 ລ້ານ USD), ບັນ​ລ​ຸ 152% ຄາດ​ໝາຍ​ທີ່​ໄດ້​ວາງ​ອອກ, ໜູນ​ຊ່ວຍກວ່າ 578.000 ເທື່ອ​ຄົນທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ດ້ອຍ​ໂອ​ກາດ​ໃນ​ທົ່ວ​ປະ​ເທດ. ນີ້​ແມ່ນ​ໝາກ​ຜົນ​ພົ້ນ​ເດັ່ນ​ເຊິ່ງ​ສູນ​ກາງ​ສະ​ພາ​ກາ​ແດງ ຫວຽດ​ນາມ ປະ​ກາດ​ທີ່ກອງ​ປະ​ຊຸມ​ສະ​ຫຼຸບ​ເດືອນ​ມະ​ນຸດ​ສະ​ທຳ ​ປີ 2026 ເຊິ່ງຈັດ​ຂຶ້​ນ​ໃນ​ວັນ​ທີ 11 ມິ​ຖຸ​ນາ, ຢູ່ ຮ່າ​ໂນ້ຍ.

ໜຶ່ງ​ໃນ​ບັນ​ດາ​ຂີດ​ໝາຍ​ພົ້ນ​ເດັ່ນ​ຂອງ​ເດືອນ​ມະ​ນຸດ​ສະ​ທຳ​ປີນີ້​ແມ່ນ ເປັນ​ຄັ້ງ​ທຳ​ອິດທີ່ທົ່ວ​ລະ​ບົບ​ສ​ະ​ພາກາແດງ​ໄດ​້​ຜັນ​ຂະ​ຫຍາຍ “ວັນ​ບຸນແຫ່ງຄວາມ​ເມດ​ຕາ​ປາ​ນີ” ​ຢູ່ບັນ​ດ​າ​ທ້ອ​ງ​ຖິ່ນ, ດ້ວຍ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ການ​ຫາ​ເງິນ​ລ້ຽງ​ຊີບ​ໃຫ້​ກວ່າ 5.700 ຄອບ​ຄົວ​ທີ່​ປະ​ສົບ​ກັ​ບ​ຄວາມ​ຫຍຸ້ງ​ຍາກ; ກໍ່​ສ້າງ, ສ້ອມ​ແປງ ແລະ ໜູນ​ຊ່ວຍ​ນັບ​ພັນ​ກິດ​ຈະ​ກຳ, ວຽກ​ງານ​ມະ​ນຸດ​ສະ​ທຳ; ກວດພະຍາດ, ໃຫ້​ຄຳ​ປຶກ​ສາທາງ​ສຸ​ຂະ​ພາບ​ແກ່​ຜູ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ…

ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ນັ້ນ​ສືບ​ຕໍ່​ເປັນ​ການ​ຢືນ​ຢັນ​ເດືອນ​ມະ​ນຸດ​ສະ​ທຳ​ແມ່ນ​ຂະ​ບວນ​ການ​ມະ​ນຸດ​ສະ​ທຳທີ່​ມີ​ຂອບ​ເຂດ​ທົ່ວ​ປະ​ເທດ, ສ້າງ​ກຳ​ລັງ​ແຜ່​ກະ​ຈາຍ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ​ໃນ​ສັງ​ຄົມ.


top