• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຢຶດ​ໝັ້ນ​ຕໍ່​ຄາດ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ​ສອງ​ຕົວ​ເລກ

ສຳ​ລັ​ບ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໄລ​ຍະ 2026 – 2030, ມີຫຼາຍ​ຄຳ​ເຫັນ​ຂອງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຢູ່​ລະ​ດັບ​ສູງ​ຕໍ່​ບັນ​ດາ​ການ​ຕີ​ລາ​ຄາ​ກ່ຽວ​ກັບ ສະ​ພາບ​ການ​ສ​າ​ກົນ​ຂອງ​ລັດ​ຖະ​ບານ.
ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ​ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI (ພາບ: quochoi.vn)

ຕອນ​ບ່າຍ​ວັນ​ທີ 20 ເມ​ສາ,ຢູ່​ຮ່າ​ໂນ້ຍ, ໂດຍ​ສືບ​ຕໍ່ວາ​ລະ​ດຳ​ເນີນກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI, ພ​າຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຈິ່ນ​ແທັງ​ເໝິນ ແລະ ການ​ບໍ​ລິ​ຫານ​ຂອງ​ທ່ານ​ນາງ ຫງວຽນ​ທິ​ຮົ່ງ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ, ສະ​ພາ​ແຫ່ງ​ຊາດ​ໄດ້​ສຸມ​ໃສ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ໃນ​ນັ້ນ, ມີຫຼາຍ​ຄຳ​ເຫັນ​ຂອງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ໄລ​ຍະ 5 ປີ 2026 – 2030 ດ້ວຍຫຼາຍ​ມາດ​ຕະ​ການ​ລະອຽດ. ສຳ​ລັ​ບ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໄລ​ຍະ 2026 – 2030, ມີຫຼາຍ​ຄຳ​ເຫັນ​ຂອງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຢູ່​ລະ​ດັບ​ສູງ​ຕໍ່​ບັນ​ດາ​ການ​ຕີ​ລາ​ຄາ​ກ່ຽວ​ກັບ ສະ​ພາບ​ການ​ສ​າ​ກົນ​ຂອງ​ລັດ​ຖະ​ບານ, ພ້ອມ​ທັງ​ເຫັນ​ດີ​ເຫັນ​ພ້ອມ​ຕໍ່​ບັນ​ດາ​ທັດ​ສະ​ນະ, ເປົ້າ​ໝາຍ, ກຸ່​ມມາດ​ຕະ​ການ​ແກ້​ໄຂ ແລະ ໜ້າ​ທີ່​ເຊິ່ງ​ລັດ​ຖະ​ບານ​ລາຍ​ງານ​ຕໍ່​ສະ​ພາ​ແຫ່ງ​ຊາດ. ທ່ານ​ນາງ ຕະ​ທິ​ອຽນ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແຂວງ ດຽນ​ບຽນ ປະ​ກອບ​ຄຳ​ເຫັນ​ວ່າ:

ສິ່ງ​ສຳ​ຄັນ​ທີ່​ສຸດ​ບໍ່​ພຽງ​ແຕ່​ບັນ​ລຸ​ໄດ້​ຕົວ​ເລກ​ການ​ເຕີບ​ໂຕ​ເທົ່າ​ນັ້ນ ຫາກ​ຍັງ​ເຮັດ​ແນວ​ໃດ​ຮັກ​ສາ​ລະ​ດັບ​ການ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ ແລະ ຍາວ​ນານ​ອີກ​ດ້ວຍ. ຖ້າ​ເດີນ​ຕາມ​ການ​ເຕີບ​ໂຕ​ແບບ​ເກົ່າ​ອີງ​ໃສ່​ທຶນ, ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ຄ່າແຮງ​ງານຕຳ ກໍ່ຍາກ​ທີ່​ຈະ​ບັນ​ລຸ​ໄດ້​ເປົ້າ​ໝາຍ. ດັ່ງ​ນັ້ນ​ຕ້ອງ​ຫັນ​ປ່ຽນ​ການ​ເຕີບ​ໂຕ​ອີງ​ຕາມ​ສະ​ມັດ​ຕະ​ພາບ, ນະ​ວັດ​ຕະ​ກຳ ແລະ ມູນ​ຄ່າ​ເພີ່ມ.

(ແຫຼ່ງຄັດຈາກ VOV)

ຮີບ​​ເຮັ່ງ​ກໍ່​ສ້າງ​ບັນ​ຊີ​ລາຍ​ຊື່​ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ ແລະ ບັນ​ຊີ​ລາຍ​ຊື່​ຜະ​ລິດ​ຕະ​ພັນ​ຍຸດ​ທະ​ສາດ

ຮີບ​​ເຮັ່ງ​ກໍ່​ສ້າງ​ບັນ​ຊີ​ລາຍ​ຊື່​ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ ແລະ ບັນ​ຊີ​ລາຍ​ຊື່​ຜະ​ລິດ​ຕະ​ພັນ​ຍຸດ​ທະ​ສາດ

ຮີບເຮັ່ງ​ກໍ່​ສ້າງ, ບູ​ລະ​ນະ​ບັນ​ຊີ​ລາຍ​ຊື່​ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ ແລະ ບັນ​ຊີ​ລາຍ​ຊື່​ຍຸດ​ທະ​ສາດ​ທີ່​ມີ​ຄວາມ​ໝາຍ​ໂດຍ​ກົງ ຕັດ​ສິນ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃຫ້​ສົມ​ບູນ​ແບບ ​ເພື່ອ​ແນ​ໃສ່​ບັນ​ລຸ​ໄດ້​ເປົ້າ​ໝາຍ​ການ​ເຕີບ​ໂຕ​ຢູ່​ລະ​ດັບ​ສອງ​ຕົວ​ເລກ.

Top