• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມື້ເຮັດວຽກສຸດທ້າຍຂອງກອງປະຊຸມເຈລະຈາ Shangri-La 2024

ຕອນເຊົ້າວັນທີ 2 ມິຖຸນາ, ກອງປະຊຸມຄົບຄະນະໄດ້ອັດລົງ, ປິດກອງປະຊຸມເຈລະຈາ Shangri-La 2024 ຄັ້ງທີ 21 ດ້ວຍຫລາຍເນື້ອໃນປຶກສາຫາລືທີ່ແທດຈິງ.
ທ່ານ Dong Jun ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ກ່າວຄຳເຫັນທີ່ກອງປະຊຸມ. ພາບ:Đình Nam/VOV1

ໃນບົດກ່າວປາໄສທີ່ກອງປະຊຸມ, ທ່ານ Dong Jun ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ໄດ້ຢືນຢັນ: ນະໂຍບາຍ “ຈີນ ຫນຶ່ງດຽວ”, ໃຫ້ຄຳໝັ້ນສັນຍາປະຕິບັດຖະແຫລງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ  (DOC) ແລະ ຍູ້ໄວບັນດາການປຶກສາຫາລືກ່ຽວກັບປະມວນກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC), ໃຫ້ຄຳໝັ້ນສັນຍາສືບຕາມຄວາມໝັ້ນຄົງຮ່ວມໃນການແກ້ໄຂວິກິດການ ຢູແກຼນ, ອິດສະຣາແອນ - ປາແລດສະຕິນ, ແຫລມເກົາຫລີ, ອາບການິສະຖານ, ມ້ຽນມາ.

ທ່ານ Dong Jun ເນັ້ນຫນັກຄວາມສຳຄັນຂອງເລື່ອງຊຸກຍູ້ສັນຕິພາບ ແລະ ການພັດທະນາ ຢູ່ ພາກພື້ນ ອາຊີ - ປາຊີຟິກ ຜ່ານການເຈລະຈາ ແລະ ປຶກສາຫາລື, ປະຕິເສດທຸກຄວາມມານະພະຍາຍາມທຳລາຍສະຖຽນລະພາບຂອງພາກພື້ນ. ບັນດາກອງປະຊຸມຄົບຄະນະຕໍ່ໄປກໍ່ປຶກສາຫາລືກ່ຽວກັບການເຊື່ອມຕໍ່ຄວາມໝັ້ນຄົງ ມະຫາສະໝຸດອິນເດຍ - ປາຊິຟິກ ແລະ ສ້າງມາດຕະການຄືນໃຫມ່ໃຫ້ແກ່ສະຖຽນລະພາບຂອງພາກພື້ນ. ບັນດາຜູ້ແທນໄດ້ຮັບຟັງທັດສະນະຈາກການນຳ ໄທ, ນິວເຊີແລນ, ການາດາ, ຢູແກຼນ ແລະ ມາເລເຊຍ.

ຕອນຄ່ຳວັນທີ 1 ມິຖຸນາ, ປະທານາທິບໍດີ ຢູແກຼນ ທ່ານ Volodymyr Zelensky, ກໍ່ໄດ້ເດີນທາງເຖິງ ສິງກະໂປ ໃນຄວາມມານະພະຍາຍາມ ຜ່ານກອງປະຊຸມເຈລະຈາ Shangri-La ເພື່ອຊອກຫາການສະຫນັບສະຫນູນຫລາຍກວ່າອີກສຳລັບ ຢູແກຼນ ໃນການປະທະກັນກັບ ລັດເຊຍ.

(ແຫຼ່ງຄັດຈາກ VOV)

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ໂດຍສືບຕໍ່ວາລະກອງປະຊຸມຄັ້ງທີ 10, ສະພາແຫ່ງຊາດ ຊຸດທີ XV, ຕອນເຊົ້າວັນທີ 3 ພະຈິກ, ສະພາແຫ່ງຊາດປຶກສາຫາລືກົດໝາຍຈຳນວນໜຶ່ງ ໃນນັ້ນມີກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ).

Top