• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີເອກະສານລ້ຳຄ່າຕື່ມອີກກ່ຽວກັບອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ຮ່ວາງຊາ

ພາບຖ່າຍ 2 ແຜ່ນນີ້ໂດຍສະມາຄົມວິທະຍາສາດປະຫວັດສາດ ດ່ານັ້ງ ສະສົມ.
ພິທີມອບຮັບເອກະສານ, ວັດຖຸພັນທີ່ລ້ຳຄ່າກ່ຽວກັບອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ຮ່ວາງຊາ (ພາບ: ເຈື່ອງຈູງ)

ວັນທີ 19 ມັງກອນ, ຢູ່ນະຄອນ ດ່ານັ້ງ, ສະມາຄົມວິທະຍາສາດປະຫວັດສາດນະຄອນ ໄດ້ຈັດພິທີມອບຮັບເອກະສານ, ວັດຖຸພັນທີ່ລ້ຳຄ່າກ່ຽວກັບອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ຮ່ວາງຊາ ທີ່ມອບໃຫ້ຄະນະກຳມະການປະຊາຊົນເມືອງ ຮ່ວາງຊາ, ນະຄອນ ດ່ານັ້ງ.

ພາບຖ່າຍ 2 ແຜ່ນນີ້ໂດຍສະມາຄົມວິທະຍາສາດປະຫວັດສາດ ດ່ານັ້ງ ສະສົມ. ໃນນັ້ນ, ມີພາບຖ່າຍແຜ່ນໜຶ່ງມີເນື້ອໃນ: ກຳລັງປ້ອງກັນຈັບຕົວຊາວປະມົງຕ່າງປະເທດລະເມີດອະທິປະໄຕຂອງ ຫວຽດນາມ ຢູ່ເກາະ ກວາງຮ່ວາ (ຂຶ້ນກັບໝູ່ເກາະ ຮ່ວາງຊາ) ປີ 1959. ພາບຖ່າຍແຜ່ນທີ 2 ມີເນື້ອໃນ: ວັນທີ 26 ກຸມພາ 1959, ຢູ່ທ່າກຳປັ່ນ ດ່ານັ້ງ, ຕົກລົງປ່ອຍຕົວບັນດາຊາວປະມົງຕ່າງປະເທດເຂົ້າໝູ່ເກາະ ຮ່ວາງຊາ ໃນວັນທີ 24 ກຸມພາ 1959 ຢ່າງຜິດກົດໝາຍ.

ກໍ່ທີ່ພິທີ, ສະມາຄົມວິທະຍາສາດປະຫວັດສາດນະຄອນ ດ່ານັ້ງ, ໄດ້ມອບປື້ມຄົ້ນຄວ້າປະຫວັດສາດເຂດ ກວາງ ສະບັບຫຼ້າສຸດໂດຍມີ 4 ບົດຄົ້ນຄວ້າກ່ຽວກັບ ຮ່ວາງຊາ.

(ແຫຼ່ງຄັດຈາກ VOV)

OPEC ເພີມ​ປະ​ລິ​ມານ​ນ້ຳ​ມັນ

OPEC+ ເພີມ​ປະ​ລິ​ມານ​ນ້ຳ​ມັນ

ການກະທຳນີ້ເພື່ອແນໃສ່ຮັບມືກັບສະພາບການຂາດວັກຂາດຕອນໃນການຂົນສົ່ງທາງທະເລທີ່ຮ້າຍແຮງຢູ່ພາກພື້ນຕາເວັນອອກກາງ ພາຍຫຼັງບັນດາການຜັນແປດ້ານການທະຫານຄັ້ງຫຼ້າສຸດລະຫວ່າງ ອາເມລິກາ - ອິດສະລາແອັນ ແລະ ອີຣານ.

Top