• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີ 4 ປະເທດເລີ່ມຕົ້ນການລາດຕາເວນຮ່ວມຄັ້ງທີ 80 ຢູ່ແມ່ນໍ້າຂອງ

      ກໍ່າປັ່່ນ 5 ລໍາທີ່ເຂົ້າຮ່ວມການລາດຕາເວນຮ່ວມເຊິ່ງຈະແກ່ຍາວເປັນເວລາ 4 ວັນນີ້ ຈະດໍາເນີນບັນດາການເຄື່ອນໄຫວກວດກາ, ຕ້ານຢາເສບຕິດ ຢູ່ບັນດາເຂດສໍາຄັນຢູ່ແມ່ນໍ້າຂອງ
            ວັນທີ 19 ມີນາ, ການລາດຕາເວນຮ່ວມຢູ່ແມ່ນໍ້າຂອງ ດ້ວຍການເຂົ້າຮ່ວມຂອງບັນດາພາລະກອນປະຕິບັດກົດໝາຍທີ່ມາຈາກ ຈີນ, ລາວ, ມຽນມາ ແລະ ໄທ ເຊິ່ງມີຈຸດເລີ່ມຕົ້ນແຕ່ທ່າກໍ່່າປັ່່ນ ຈິງໂຂງ ຂຶ້ນກັບແຂວງ ຢຸນໜານ, ທາງທິດຕາເວັນຕົກສ່ຽງໃຕ້ຂອງ ຈີນ. ນີ້ແມ່ນການລາດຕາເວນຄັ້ງທີີ 80 ນັບແຕ່ເມື່ອການເຄື່ອນໄຫວຮ່ວມດັ່ງກ່າວໄດ້ດໍາເນີນໃນປີ 2011.

ຕໍາຫຼວດໄທລາດຕາເວນຢູ່ແມ່ນໍ້າຂອງ (ພາບປະກອບ:  AFP)
      ກໍ່າປັ່່ນ 5 ລໍາທີ່ເຂົ້າຮ່ວມການລາດຕາເວນຮ່ວມເຊິ່ງຈະແກ່ຍາວເປັນເວລາ 4 ວັນນີ້ ຈະດໍາເນີນບັນດາການເຄື່ອນໄຫວກວດກາ, ຕ້ານຢາເສບຕິດ ຢູ່ບັນດາເຂດສໍາຄັນຢູ່ແມ່ນໍ້າຂອງ, ໃນນັ້ນ ມີເຂດ “ສາມຫຼ່ຽມຄໍາ” ເຊິ່ງແມ່ນເຂດທີ່ມີຊື່ສຽງກ່ຽວກັບການຜະລິດຢາເສບຕິດ.
        ການເຄື່ອນໄຫວລາດຕາເວນຮ່ວມດັ່ງກ່າວ ໄດ້ເລີ່ມດໍາເນີນແຕ່ເດືອນທັນວາ 2011  ພາຍຫຼັງເກີດເຫດປຸ້ນກໍ່່າປັ່ນຂົນເຄື່ອງ 2 ລໍາ ແລະ ເຂັ່ນຂ້າລູກເຮືອຂອງຈີນ 13 ຄົນ ຢູ່ໃນເຂດແມ່ນໍ້າຂອງຟາກຂຶ້ນກັບໄທ ໃນວັນທີ 5 ຕຸລາ 2011.
 (ແຫຼ່ງຄັດຈາກ VOV)
 

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ທີ່​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ດຽວ​ກັນ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ໃນ ຫຸ​້ນ​ສ່ວນ​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ່າ​ອີກ, ສຸມ​ໃສ່​ຫັນ​ເປັນ​ລະ​ອຽດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ມີ​ປ​ະ​ສິດ​ທິ​ຜົນ​ກວ່າ

Top