• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມາເລເຊຍ ຕີລາຄາຢ່າງຕັ້ງໜ້າຄຳກ່າວປາໄສຂອງທ່ານນາຍົກລັດຖະມົນຕີ ຈີນ ກ່ຽວກັບທະເລຕາເວັນອອກ

      ຈີນ ໄດ້ມີປະຕິກິລິຍາຢ່າງຕັ້ງໜ້າ ແນໃສ່ຫລຸດຜ່ອນຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ, ລວມມີ ການຮັບປະກັນຄວາມເສລີໃນການເດີນທະເລ ແລະ ການບິນຢູ່ບັນດາເຂດທະເລທີ່ເກີດການຂັດແຍ້ງກັນ. 

ທ່ານນາຍົກລັດຖະມົນຕີ ມາເລເຊຍ Najib Razak (ພາບ: AFP/TTXVN )
      ແຈ້ງການຂອງທ່ານນາຍົກລັດຖະມົນຕີ ມາເລເຊຍ Najib Razak ໄດ້ຍົກອອກໃນວັນທີ 13 ພະຈິກ ພາຍຫລັງກອງປະຊຸມສຸດຍອດ ອາຊຽນ - ຈີນ ດຳເນີນຢູ່ນອກກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 31 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ນະຄອນຫລວງ ມານີລາ ຂອງ ຟີລິບປີນ. ທີ່ກອງປະຊຸມ ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽນ ຢືນຢັນວ່າ: ທະເລຕາເວັນອອກ ຈະກາຍເປັນສະຖານທີ່ປອດໄພ ແລະ ໝັ້ນຄົງ. ທ່ານນາຍົກລັດຖະມົນຕີ ຫຼີເຄີຊຽນ ເນັ້ນໜັກວ່າ ຈີນ ຈະບໍ່ນຳໃຊ້ກຳລັງແຮງການທະຫານ ແລະ ພ້ອມແລ້ວທີ່ຈະສືບຕໍ່ບັນດາການເຈລະຈາ ເພື່ອສຳເລັດກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໂດຍໄວ. ທ່ານນາຍົກລັດຖະມົນຕີ ຈີນ ກໍ່ຢືນຢັນຄຳໝັ້ນສັນຍາຂອງ ປັກກີງ ແມ່ນຮັບປະກັນສັນຕິພາບໃນພາກພື້ນ.
 (ແຫຼ່ງຄັດຈາກ VOV)

ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ມູນ​ເຊື້ອ​ກົມ​ໂຄ​ສະ​ນາ​ອົບ​ຮົມ

ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ມູນ​ເຊື້ອ​ກົມ​ໂຄ​ສະ​ນາ​ອົບ​ຮົມ

ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ມູນ​ເຊື້ອ​ກົມ​ໂຄ​ສະ​ນາ​ອົບ​ຮົມ - ຂະ​ແໜງ​ໂຄ​ສະ​ນາ​ອົ​ບ​ຮົມ ກອງ​ທັບ (11/5/1946 - 11/5/2026) ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 11 ພຶດ​ສ​ະ​ພາ, ຢູ່​ຮ່າ​ໂນ້ຍ.

Top