• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຟື້ນ​ຟູ​ບັນ​ດາ​ຖ້ຽວ​ບິນ​ສາ​ກົນ​ຂົນ​ສົ່ງ​ຜູ້​ໂດຍ​ສານສຳ​ລັບ​ບັນ​ດາ​ປະ​ເທດ​ທີ່​ມີ​ຄວາມ​ປອດ​ໄພ​ຕໍ່​ໂລກ​ລະ​ບາດ

      ການຕັດສິນນີ້ ເພື່ອແນໃສ່ຫັນຍຸດທະສາດ “ຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ - 19 ໄດ້ຢ່າງມີປະສິດທິຜົນ” ເປັນລະອຽດ, ບໍ່ປະໃຫ້ຫວຽດນາມ ຖອນຫຼັງເມື່ອທຽບໃສ່ກັບບັນດາປະເທດໃນພາກພື້ນ.
ຕາມແຈ້ງການຂອງຫ້ອງວ່າການລັດຖະບານ ຫວຽດນາມ, ວັນທີ 9 ທັນວາ ປີ 2021, ຢູ່ສຳນັກງານຫ້ອງວ່າການລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຟ້າມບິງມິງ ໄດ້ເຫັນດີຕໍ່ແຜນການຟື້ນຟູບັນດາຖ້ຽວບິນສາຂົນສົ່ງຜູ້ໂດຍສານສຳລັບປະເທດທີ່ມິຄວາມປອດໄພຢູ່ໃນລະດັບສູງ. ໃນສະເພາະໜ້າແມ່ນ ປັກກິງ/ກວາງໂຈ (ຈີນ, ໂຕກຽວ (ຍີ່ປຸ່ນ), ເຊີອູນ (ສ.ເກົາຫຼີ), ໄທເປ (ໄຕ້ຫວັນ - ຈີນ), ບາງກອກ (ໄທ), ສິງກາໂປ, ວຽງຈັນ (ລາວ),ພະນົມເປັນ (ກຳປູເຈຍ), San Francisco/Los Angeles (ອາເມລິກາ), ບົນພື້ນຖານການແນະນຳຂອງກະຊວງສາທາລະນະສຸກ ກ່ຽວກັບມາດຕະການທາງການແພດປ້ອງກັນ, ຕ້ານໂລກລະບາດ ສຳລັບຜູ້ເຂົ້າເມືອງ, ຮັບປະກັນຄວາມປອດໄພ, ປະສິດທິຜົນ ແລະ ລຸລ່ວງ. ການທົດລອງຈະເລີ່ມແຕ່ວັນທີ 1 ມັງກອນປີ 2022.
      ການຕັດສິນນີ້ ເພື່ອແນໃສ່ຫັນຍຸດທະສາດ “ຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ - 19 ໄດ້ຢ່າງມີປະສິດທິຜົນ” ເປັນລະອຽດ, ບໍ່ປະໃຫ້ຫວຽດນາມ ຖອນຫຼັງເມື່ອທຽບໃສ່ກັບບັນດາປະເທດໃນພາກພື້ນ ພ້ອມທັງສ້າງເງື່ອນໄຂໃຫ້ພໍ່ແມ່ປະຊາຊົນຊາວຫວຽດນາມ ໄດ້ກັບບ້ານເກີດເມືອງນອນ ໃນໂອກາດບຸນເຕັດ 2022 ຈະມາເຖິງ.

(ແຫຼ່ງຄັດຈາກ VOV)
 

ຮູບ​ເງົາ ຝົນ​ແດງ ແນະ​ນຳ​ທາງ​ໂທ​ລະ​ພາບ

ຮູບ​ເງົາ “ຝົນ​ແດງ” ແນະ​ນຳ​ທາງ​ໂທ​ລະ​ພາບ

ນີ້ແມ່ນຮູບເງົາກ່ຽວກັບຫົວຂໍ້ສົງຄາມປະຕິວັດ, ວາດພາບໄລຍະ 81 ວັນແລະຄືນຕໍ່ສູ້ກັບສັດຕູຢ່າງດຸເດືອນຢູ່ ກຳແພງເກົ່າ ກວ໋າງຈິໃນປີ 1972, ອີງຄາມຜົນງານຂອງນັກປະພັນ ຈຸລາຍ.

Top