• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພຽງ​ແຕ່​ນັກ​ຊ່ຽວ​ຊານ​ຕ່າງ​ປະ​ເທດ​ທີ່​ໄດ້​ຮັບ​ການ​ສັກ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ກ່ອນ​ເຂົ້າ​ເມືອງ ຫວຽດ​ນາມ ຈຶ່ງ​ໄດ້​ແຍກ​ຕົວ​ຢູ່​ເຂດ​ພົນ​ລະ​ເຮືອນ

ໃນກອງປະຊຸມຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ທີ່ດຳເນີນໃນຕອນບ່າຍວັນທີ 19 ພຶດສະພາ ຢູ່ສຳນັກງານລັດຖະບານ, ກະຊວງສາທາລະນະສຸກ ຫວຽດນາມ ສະເໜີວ່າ ພຽງແຕ່ນັກຊ່ຽວຊານຕ່າງປະເທດທີ່ໄດ້ຮັບການສັກວັກຊິນກັນພະຍາດໂຄວິດ - 19 ກ່ອນເຂົ້າເມືອງ ຫວຽດນາມ ເທົ່ານັ້ນ ຈຶ່ງໄດ້ແຍກຕົວຢູ່ເຂດພົນລະເຮືອນ, ສ່ວນກໍລະນີທີ່ຍັງບໍ່ທັນໄດ້ຮັບການສັກວັກຊິນ ຕ້ອງໄປແຍກຕົວລວມໝູ່ ຢູ່ສະຖານທີ່ໂດຍກອງທັບຄຸ້ມຄອງ.
ກອງປະຊຸມຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ດຳເນີນໃນຕອນບ່າຍວັນທີ 19 ພຶດສະພາ ຢູ່ສຳນັກງານລັດຖະບານ (ພາບ: TTXVN)

ຄະນະຊີ້ນຳແຫ່ງຊາດໄດ້ເຫັນດີເປັນເອກະພາບ ມອບໃຫ້ກະຊວງສາທາລະນະສຸກ ຮັບເອົາຄຳເຫັນຈາກນັກຊ່ຽວຊານ, ບັນດາກະຊວງ, ຂະແໜງການ; ຈາກນັ້ນ ປະກາດໃຊ້ ຂັ້ນຕອນການຄຸ້ມຄອງຄົນເຂົ້າເມືອງຢ່າງເຄັ່ງຄັດ, ນັບທັງນັກຊ່ຽວຊານຕ່າງປະເທດ ແລະ ຊາວ ຫວຽດນາມ ກັບຄືນມາຈາກຕ່າງປະເທດ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດ ເນັ້ນໜັກວ່າ:

        “ຕ້ອງອັບເດດ, ເກັບກຳຂໍ້ມູນ, ປັບປຸງຂໍ້ກຳນົດ, ການແນະນຳຄືນໃໝ່. ສຳລັບຊາວ ຫວຽດນາມ ກັບຄືນມາຈາກຕ່າງປະເທດ ຕ້ອງລົງທະບຽນ ແລະ ແຈ້ງຂໍ້ມູນຢ່າງລະອຽດ, ຄົບຖ້ວນກັບສະຖານທູດ ກ່ຽວກັບການສັກວັກຊິນ, ບ່ອນຢູ່, ບ່ອນແຍກຕົວຫຼັງຈາກກັບມາປະເທດ. ສຳລັບນັກຊ່ຽວຊານຕ່າງປະເທດເຂົ້າເມືອງ ຫວຽດນາມ ກໍເຊັ່ນດຽວກັນ. ບັນດາກໍລະນີແຍກຕົວທັງໝົດ ລ້ວນແຕ່ຕ້ອງຕິດຕາມທຸກຂໍ້ມູນທີ່ກ່ຽວຂ້ອງ”.

        ໃນກອງປະຊຸມດັ່ງກ່າວ, ຄະນະຊີ້ນຳກໍໄດ້ປຶກສາຫາລືກ່ຽວກັບການສ້າງມາດຖານຕີລາຄາລະດັບຄວາມສ່ຽງ ເພື່ອຕອບສະໜອງການປ້ອງກັນ, ຕ້ານໂລກລະບາດຢູ່ ຫວຽດນາມ, ຄາດວ່າ ຈະມີຢູ່ 4 ລະດັບ: ປົກກະຕິໃໝ່, ມີຄວາມສ່ຽງ, ມີຄວາມສ່ຽງສູງ ແລະ ມີຄວາມສ່ຽງສູງທີ່ສຸດ…

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top