ດ້ວຍຫົວຂໍ້ວ່າ “ວິທີສໍາຜັດຂອງພຸດທະສາສະໜາ ກ່ຽວກັບການນໍາພາທົ່ວໂລກ ແລະ ຄວາມຮັບຜິດຊອບພ້ອມກັນແບ່ງປັນ ເພື່ອສັງຄົມທີ່ໝັ້ນຄົງ” ວັນບຸນວິສາຂະບູຊາ Vesak ສປຊ ປີ 2019 ຖືກຈັດຂຶ້ນຢູ່ຫວຽດນາມ ແມ່ນໂອກາດເພື່ອໃຫ້ໂລກສະແດງຄວາມຕັດສິນໃຈ ພ້ອມກັນຮ່ວມແຮງຮ່ວມໃຈສ້າງສັນຕິພາບ. ດ້ວຍທຸກສິ່ງທຸກຢ່າງທີ່ໄດ້ ແລະ ພວມດໍາເນີນໄປນັ້ນ, ວັນບຸນວິສາຂະບູຊາ Vesak 2019 ແມ່ນໂອກາດເພື່ອໃຫ້ພຸດທະສາສະນິກກະຊົນແຕ່ລະຄົນເຊີດຊູພະພຸດທະເຈົ້າ ແລະ ຄໍານຶງເຖິງສັດຈະທໍາສັນຕິພາບ, ຫຼຸດຜ່ອນການປະທະກັນ ແລະ ຄວາມເຈັບປວດຂອງມວນມະນຸດ, ຍ້ອງຍໍຊົມເຊີຍ ແລະ ຊຸກຍູ້ໄມຕີຈິດມິດຕະພາບການຮ່ວມມືລະຫວ່າງບັນດາປະເທດ.
ພຸດທະສາສະໜາຫວຽດນາມ ປະກອບສ່ວນເຂົ້າໃນການສ້າງສັນຕິພາບໃນໂລກ
ຫົວຂໍ້ຂອງ ວັນບຸນວິສາຂະບູຊາ Vesak 2019 ໂດຍປະເທດເຈົ້າພາບ ຫວຽດນາມ ສະເໜີ ໄດ້ສ່ອງແສງໃຫ້ເຫັນວິໄສທັດ ແລະ ຄວາມເອົາໃຈໃສ່ທົ່ວໂລກສໍາລັບບັນດາບັນຫາຂອງທົ່ວໂລກ. ໃນຊຸມວັນນີ້, ບັນດາຜູ້ແທນເຂົ້າຮ່ວມ ວັນບຸນວິສາຂະບູຊາ Vesak 2019 ພວມພ້ອມກັນປຶກສາຫາລືກ່ຽວກັບບັນດາບັນຫາຄື: ການນໍາພາຢ່າງມີສະຕິ ເພື່ອສັນຕິພາບແບບຍືນຍົງ, ວິທີສໍາຜັດຂອງພຸດທະສາສະໜາ ກ່ຽວກັບຄອບຄົວປອງດອງ, ເບິ່ງແຍງດູແລສຸຂະພາບ ແລະ ສັງຄົມທີ່ໝັ້ນຄົງ, ການສຶກສາ ແລະ ຄຸນສົມບັດທົ່ວໂລກ. ຈາກນັ້ນ, ປະກອບສ່ວນຍົກອອກບັນດາມາດຕະການທີ່ມີລັກສະນະແທດຈິງ ແລະ ແທດເໝາະກັບທົ່ວໂລກ ເພື່ອແກ້ໄຂບັນດາບັນຫາຂອງ ສປຊ ໂດຍອີງໃສ່່ຄວາມສະຫຼາດສ່ອງໃສຂອງພະພຸດທະເຈົ້າ. ພະມະຫາອາຈານ ທິກເຫວ້ທົງ, ຮອງເລຂາທິການໃຫຍ່ ສະພາບໍລິຫານງານ ທັງເປັນຫົວໜ້າຫ້ອງການ 2 ສູນກາງສະມາຄົມພຸດທະສາສະໜາຫວຽດນາມ ຖືວ່າ ຫົວຂໍ້ຂອງ ວັນບຸນວິສາຂະບູຊາ Vesak 2019 ໄດ້ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງພຸດທະສາສະໜາຫວຽດນາມ ແມ່ນ ເຊື່ອມໂຍງເພື່ອການພັດທະນາໃນທົ່ວໂລກ.
“ວັນບຸນວິສາຂະບູຊານີ້ ແມ່ນກອງປະຊຸມສໍາມະນາວິທະຍາສາດກ່ຽວກັບວິທີສໍາຜັດຂອງພຸດທະສາສະໜາໃນການນໍາພາທົ່ວໂລກ, ແບ່ງປັນໜ້າທີ່ຄວາມຮັບຜິດຊອບຂອງຕົນ. ສິ່ງດັ່ງກ່າວ ໄດ້ສະແດງໃຫ້ເຫັນວ່າ ສະມັດຊາ ສະຫະປະຊາຊາດ ແລະ ການນໍາບັນດາປະເທດຖືຄວາມໝາຍຂອງຄຸນຄ່າວັດທະນະທໍາມະນຸດ ແລະ ແນວຄິດຫຼັກຄໍາສອນຂອງພຸດທະສາສະໜາ ແມ່ນສໍາຄັນທີີ່ສຸດໃນການປະກອບສ່ວນເຂົ້າໃນການນໍາມາເຊິ່ງສັງຄົມ ທີ່ໝັ້ນຄົງ. ຈາກຫົວຂໍ້ດັ່ງກ່າວ, ຄະນະບໍລິຫານພຸດທະສາສະໜາຂອງບາງແຂວງ, ນະຄອນ ຂອງຫວຽດນາມ ກໍໄດ້ຈັດບັນດາກອງປະຊຸມສໍາມະນາ ເພື່ອແນໃສ່ເຮັດແຈ້ງ ແລະ ເຊີດຊູ ກໍຄື ຢັ້ງຢືນບົດບາດນໍາພາຂອງພຸດທະສາສະໜາ ອັນໄດ້ປະກອບສ່ວນໃຫ້ແກ່ການນໍາພາທົ່ວໂລກ, ເພື່ອນໍາມາເຊິ່ງການດໍາລົງຊີວິດທີ່ໝັ້ນຄົງໃຫ້ແກ່ມວນມະນຸດ. ນີ້ແມ່ນຫົວຂໍ້ສໍາຄັນ ທີ່ໄດ້ວາງອອກສໍາລັບພຸດທະສາສະໜາຕ້ອງມີຄວາມຮັບຜິດຊອບອັນໃຫຍ່ຫຼວງ ໃນເຫດການວັນບຸນວິສາຂະບູຊາ Vesak ທີ່ຈັດຂຶ້ນຢູ່ຫວຽດນາມໃນຄັ້ງນີ້”.

ພິທີໄຂວັນບຸນວິສາຂະບູຊາ Vesak 2019 (ພາບປະກອບ:ຄະນະຈັດຕັ້ງວັນບຸນ)
ຕີລາຄາສູງກ່ຽວກັບຂໍ້ສະເໜີແນະຂອງຫວຽດນາມ, ບັນດາຜູ້ແທນສາກົນຖືວ່າ ຫົວຂໍ້ຂອງ ວັນບຸນວິສາຂະບູຊາ Vesak ຄັ້ງນີ້ ມີລັກສະນະສົດໆຮ້ອນໆ ແລະ ຈໍາເປັນ ໃນສະພາບການທີ່ ສົງຄາມ, ຄວາມອຶດຫິວ ພວມແມ່ນບັນຫາທີ່ເປັນໄພພິບັດຂອງໂລກ, ຜ່ານນັ້ນ ປະກອບສ່ວນສົ່ງສານທີ່ວ່າ ຢາກໃຫ້ທຸກປະເທດຈົ່ງຮ່ວມແຮງຮ່ວມໃຈຖືຄວາມເມດຕາປານີ ແລະ ພູມປັນຍາຮັບໃຊ້ເພື່ອການພັດທະນາລວມ. ຫົວຂໍ້ຂອງ ວັນບຸນວິສາຂະບູຊາ Vesak 2019 ໄດ້ດຶງດູດຄວາມສົນໃຈຂອງຜູ້ແທນເປັນຈໍານວນຫຼວງຫຼາຍທີ່ມາຈາກທຸກສາລະທິດໃນໂລກ. ມີບົດປະກອບຄໍາຄິດເຫັນກວ່າ 500 ບົດຂອງນັກຮຽນຮູ້ ທັງຢູ່ພາຍໃນ ແລະ ສາກົນ ໃນນັ້ນ ມີການປະກອບຄໍາຄິດເຫັນຈາກບັນດາຜູ້ແທນຂອງຫວຽດນາມ ທີ່ໄດ້ສົ່ງເຖິງເຫດການເຂົ້າຮ່ວມບັນດາກອງປະຊຸມສໍາມະນາໃນຂອບເຂດ ວັນບຸນວິສາຂະບູຊາ ຄັ້ງນີ້. ພະມະຫາອາຈານ ທິກຢາກຕວ່ານ, ຮອງປະທານສະພາບໍລິຫານສູນກາງ ສະມາຄົມພຸດທະສາສະໜາຫວຽດນາມ ໃຫ້ຮູ້ວ່າ:
“ພວກເຮົາທຸກຄົນລ້ວນແຕ່ມຸ່ງໄປເຖິງການສະແດງໃຫ້ເຫັນຈິດໃຈຂອງພຸດທະສາສະໜາ ປະກອບສ່ວນຮັບໃຊ້ໃຫ້ແກ່ອຸດົມການສັນຕິພາບໃຫ້ແກ່ມວນມະນຸດ, ນັ້ນແມ່ນຄວາມຄິດທີ່ໃຫຍ່ຫຼວງທີ່ສຸດ ເຊິ່ງປັດຈຸບັນ, ສະມາຄົມພຸດທະສາສະໜາພວກເຮົາຢາກພິສູດໃຫ້ເຫັນ ແລະ ປະກອບສ່ວນນໍາມາເຊິ່ງຈຸດຄວາມງາມຂອງພຸດທະສາສະໜາຫວຽດນາມ ທີ່ປະກອບສ່ວນໃຫ້ແກ່ພຸດທະສາສະໜາໂລກ, ກໍຄືສະແດງໃຫ້ປະຊາຄົມສາກົນເຫັນໄດ້ເຖິງຈຸດຄວາມງາມຂອງພະພຸດທະເຈົ້າ ແລະ ພຸດທະສາສະໜາ”. ຂີດໝາຍຈະແຈ້ງຂອງຫວຽດນາມ
ພະອາຈານໃຫຍ່ ທິກເຍິດຕື່, ຮອງຫົວໜ້າຄະນະພຸດທະສາສະໜາສາກົນ, ສູນກາງສະມາຄົມພຸດທະສາສະໜາຫວຽດນາມ ໃຫ້ຮູ້ວ່າ ວັນບຸນວິສາຂະບູຊາ Vesak 2019 ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຮັກແພງຈາກປະຊາຄົມສາກົນ ແລະ ປະຊາຄົມພຸດທະສາສະໜາສາກົນ ເມື່ອມີຜູ້ແທນຈາກ 112 ປະເທດ ແລະ ເຂດແຄວ້ນເຂົ້າຮ່ວມ:
“ເມື່ອທຽບໃສ່ ວັນບຸນວິສາຂະບູຊາ Vesak 12 ຄັ້ງກ່ອນ ທີ່ຈັດຂຶ້ນຢູ່ ໄທ ແລະ 1 ຄັ້ງທີ່ ຈັດຂຶ້ນຢູ່ ສີລັງກາ ນັ້ນ, ນີີ້ເປັນຄັ້ງທໍາອິດ ການພົວພັນສາກົນຂອງພຸດທະສາສະໜາຫວຽດນາມ ບັນລຸຸໄດ້ຜົນງານສູງສຸດນັບແຕ່ກ່່ອນມາຮອດປັດຈຸບັນ. ດັ່ງນັ້ນ, ບົດຮຽນເຊິ່ງພວກເຮົາຖອດຖອນມາໄດ້ແມ່ນ ເມື່ອໃຫ້ຄໍາໝັ້ນສັນຍາ ແລະ ເຄົາລົບດ້ວຍຄວາມຈິງໃຈ ພວກເຮົາຈະໄດ້ຮັບຄວາມປິຕິຊົມຊື່ນຈາກປະຊາຄົມພຸດທະສາສະໜາໃນໂລກທີ່ມາເຂົ້າຮ່ວມ”.
ຜູ້ແທນພາຍໃນປະເທດ ແລະ ສາກົນ ກໍມີຄວາມປະທັບໃຈເປັນພິເສດ ກ່ຽວກັບການເປັນເຈົ້າພາບຈັດຕັ້ງ ວັນບຸນວິສາຂະບູຊາ Vesak 2 ຄັ້ງກ່ອນ ຂອງ ຫວຽດນາມ ແລະ ຖືວ່າ ເລື່ອງພຸດທະສາສະໜາຫວຽດນາມ ນັບມື້ນັບພັດທະນາ ໄດ້ກອບສ່ວນບໍ່ໜ້ອຍເຂົ້າໃນການພັດທະນາລວມຂອງພຸດທະສາສະໜາສາກົນ.
ຊຸມວັນດໍາເນີນວັນບຸນວິສາຂະບູຊາ Vesak 2019 ນີ້ ແມ່ນເວທີປາໄສທີ່ກວ້າງໃຫຍ່່ ເພື່ອໃຫ້ຫວຽດນາມ ບໍ່ພຽງແຕ່ແນະນໍາກ່ຽວກັບພາບພົດຂອງປະເທດຊາດ ແລະ ຊາວຫວຽດນາມທີ່ເປັນມິດສະໜິດສະໜົມ, ຮັກແພງແຂກຄົນ ແລະ ຮັກຫອມສັນຕິພາບເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຄວາມຮັບຜິດຊອບຂອງ ຫວຽດນາມ ຕໍ່ກັບ ສປຊ ໃນບົດບາດເປັນສະມາຊິກຕັ້ງໜ້າ, ເປັນເຈົ້າການປະກອບສ່ວນໃຫ້ແກ່ສັນຕິພາບໃນໂລກອີກດ້ວຍ./.
(ແຫຼ່ງຄັດຈາກ VOV)