ຂ່າວສານ

ພຸດທະສາສະໜາຫວຽດນາມ ເພື່ອໂລກແຫ່ງສັນຕິພາບ ແລະ ພັດທະນາ

      ນັບແຕ່ປີ 2000 ມາຮອດປັດຈຸບັນ, ວັນບຸນວິສາຂະບູຊາ Vesak ສປຊ ຖືກຈັດຂຶ້ນຢູ່ຫຼາຍປະເທດໃນໂລກ. ສໍາລັບຫວຽດນາມ, ວັນບຸນວິສາຂະບູຊາ Vesak 2019 ແມ່ນວັນບຸນຄັ້ງທີ 3 ເຊິ່ງຫວຽດນາມເປັນເຈົ້າພາບຈັດຕັ້ງ. ດ້ວຍຈໍານວນຜູ້ແທນພຸດທະສາສະໜາຢ່າງຫຼວງຫຼາຍ ທີ່ມາຈາກ 112 ປະເທດ ແລະ ເຂດແຄວ້ນ, ນີ້ແມ່ນງານບຸນທາງສາສະໜາຂອງໂລກຢ່າງແທ້ຈິງ. ເຫດການດັ່ງກ່າວ ໄດ້ສະແດງໃຫ້ເຫັນວ່າ ພຸດທະສາສະໜາຫວຽດນາມ ພວມນັບມື້ນັບເຊື່ອມໂຍງຢ່າງຕັ້ງໜ້າ ເພື່ອໂລກແຫ່ງສັນຕິພາບ ແລະ ພັດທະນາແບບຍືນຍົງ. ບົດຂຽນຂອງນັກຂ່າວ ທູຖ໋າວ.
            ດ້ວຍຫົວຂໍ້ວ່າ “ວິທີສໍາຜັດຂອງພຸດທະສາສະໜາ ກ່ຽວກັບການນໍາພາທົ່ວໂລກ ແລະ ຄວາມຮັບຜິດຊອບພ້ອມກັນແບ່ງປັນ ເພື່ອສັງຄົມທີ່ໝັ້ນຄົງ” ວັນບຸນວິສາຂະບູຊາ Vesak ສປຊ ປີ 2019 ຖືກຈັດຂຶ້ນຢູ່ຫວຽດນາມ ແມ່ນໂອກາດເພື່ອໃຫ້ໂລກສະແດງຄວາມຕັດສິນໃຈ ພ້ອມກັນຮ່ວມແຮງຮ່ວມໃຈສ້າງສັນຕິພາບ. ດ້ວຍທຸກສິ່ງທຸກຢ່າງທີ່ໄດ້ ແລະ ພວມດໍາເນີນໄປນັ້ນ, ວັນບຸນວິສາຂະບູຊາ Vesak 2019 ແມ່ນໂອກາດເພື່ອໃຫ້ພຸດທະສາສະນິກກະຊົນແຕ່ລະຄົນເຊີດຊູພະພຸດທະເຈົ້າ ແລະ ຄໍານຶງເຖິງສັດຈະທໍາສັນຕິພາບ, ຫຼຸດຜ່ອນການປະທະກັນ ແລະ ຄວາມເຈັບປວດຂອງມວນມະນຸດ, ຍ້ອງຍໍຊົມເຊີຍ ແລະ ຊຸກຍູ້ໄມຕີຈິດມິດຕະພາບການຮ່ວມມືລະຫວ່າງບັນດາປະເທດ.
        ພຸດທະສາສະໜາຫວຽດນາມ ປະກອບສ່ວນເຂົ້າໃນການສ້າງສັນຕິພາບໃນໂລກ
        ຫົວຂໍ້ຂອງ ວັນບຸນວິສາຂະບູຊາ Vesak 2019 ໂດຍປະເທດເຈົ້າພາບ ຫວຽດນາມ ສະເໜີ ໄດ້ສ່ອງແສງໃຫ້ເຫັນວິໄສທັດ ແລະ ຄວາມເອົາໃຈໃສ່ທົ່ວໂລກສໍາລັບບັນດາບັນຫາຂອງທົ່ວໂລກ. ໃນຊຸມວັນນີ້, ບັນດາຜູ້ແທນເຂົ້າຮ່ວມ ວັນບຸນວິສາຂະບູຊາ Vesak 2019 ພວມພ້ອມກັນປຶກສາຫາລືກ່ຽວກັບບັນດາບັນຫາຄື: ການນໍາພາຢ່າງມີສະຕິ ເພື່ອສັນຕິພາບແບບຍືນຍົງ, ວິທີສໍາຜັດຂອງພຸດທະສາສະໜາ ກ່ຽວກັບຄອບຄົວປອງດອງ, ເບິ່ງແຍງດູແລສຸຂະພາບ ແລະ ສັງຄົມທີ່ໝັ້ນຄົງ, ການສຶກສາ ແລະ ຄຸນສົມບັດທົ່ວໂລກ. ຈາກນັ້ນ, ປະກອບສ່ວນຍົກອອກບັນດາມາດຕະການທີ່ມີລັກສະນະແທດຈິງ ແລະ ແທດເໝາະກັບທົ່ວໂລກ ເພື່ອແກ້ໄຂບັນດາບັນຫາຂອງ ສປຊ ໂດຍອີງໃສ່່ຄວາມສະຫຼາດສ່ອງໃສຂອງພະພຸດທະເຈົ້າ.  ພະມະຫາອາຈານ  ທິກເຫວ້ທົງ, ຮອງເລຂາທິການໃຫຍ່ ສະພາບໍລິຫານງານ ທັງເປັນຫົວໜ້າຫ້ອງການ 2 ສູນກາງສະມາຄົມພຸດທະສາສະໜາຫວຽດນາມ ຖືວ່າ ຫົວຂໍ້ຂອງ ວັນບຸນວິສາຂະບູຊາ Vesak 2019 ໄດ້ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງພຸດທະສາສະໜາຫວຽດນາມ ແມ່ນ ເຊື່ອມໂຍງເພື່ອການພັດທະນາໃນທົ່ວໂລກ.  
     ວັນບຸນວິສາຂະບູຊານີ້ ແມ່ນກອງປະຊຸມສໍາມະນາວິທະຍາສາດກ່ຽວກັບວິທີສໍາຜັດຂອງພຸດທະສາສະໜາໃນການນໍາພາທົ່ວໂລກ, ແບ່ງປັນໜ້າທີ່ຄວາມຮັບຜິດຊອບຂອງຕົນ. ສິ່ງດັ່ງກ່າວ ໄດ້ສະແດງໃຫ້ເຫັນວ່າ ສະມັດຊາ ສະຫະປະຊາຊາດ ແລະ ການນໍາບັນດາປະເທດຖືຄວາມໝາຍຂອງຄຸນຄ່າວັດທະນະທໍາມະນຸດ ແລະ ແນວຄິດຫຼັກຄໍາສອນຂອງພຸດທະສາສະໜາ ແມ່ນສໍາຄັນທີີ່ສຸດໃນການປະກອບສ່ວນເຂົ້າໃນການນໍາມາເຊິ່ງສັງຄົມ ທີ່ໝັ້ນຄົງ. ຈາກຫົວຂໍ້ດັ່ງກ່າວ, ຄະນະບໍລິຫານພຸດທະສາສະໜາຂອງບາງແຂວງ, ນະຄອນ ຂອງຫວຽດນາມ ກໍໄດ້ຈັດບັນດາກອງປະຊຸມສໍາມະນາ ເພື່ອແນໃສ່ເຮັດແຈ້ງ ແລະ ເຊີດຊູ ກໍຄື ຢັ້ງຢືນບົດບາດນໍາພາຂອງພຸດທະສາສະໜາ ອັນໄດ້ປະກອບສ່ວນໃຫ້ແກ່ການນໍາພາທົ່ວໂລກ, ເພື່ອນໍາມາເຊິ່ງການດໍາລົງຊີວິດທີ່ໝັ້ນຄົງໃຫ້ແກ່ມວນມະນຸດ. ນີ້ແມ່ນຫົວຂໍ້ສໍາຄັນ ທີ່ໄດ້ວາງອອກສໍາລັບພຸດທະສາສະໜາຕ້ອງມີຄວາມຮັບຜິດຊອບອັນໃຫຍ່ຫຼວງ ໃນເຫດການວັນບຸນວິສາຂະບູຊາ Vesak ທີ່ຈັດຂຶ້ນຢູ່ຫວຽດນາມໃນຄັ້ງນີ້”.
ພິທີໄຂວັນບຸນວິສາຂະບູຊາ Vesak 2019  (ພາບປະກອບ:ຄະນະຈັດຕັ້ງວັນບຸນ)
      ຕີລາຄາສູງກ່ຽວກັບຂໍ້ສະເໜີແນະຂອງຫວຽດນາມ, ບັນດາຜູ້ແທນສາກົນຖືວ່າ ຫົວຂໍ້ຂອງ ວັນບຸນວິສາຂະບູຊາ Vesak ຄັ້ງນີ້ ມີລັກສະນະສົດໆຮ້ອນໆ ແລະ ຈໍາເປັນ ໃນສະພາບການທີ່ ສົງຄາມ, ຄວາມອຶດຫິວ ພວມແມ່ນບັນຫາທີ່ເປັນໄພພິບັດຂອງໂລກ, ຜ່ານນັ້ນ ປະກອບສ່ວນສົ່ງສານທີ່ວ່າ ຢາກໃຫ້ທຸກປະເທດຈົ່ງຮ່ວມແຮງຮ່ວມໃຈຖືຄວາມເມດຕາປານີ ແລະ ພູມປັນຍາຮັບໃຊ້ເພື່ອການພັດທະນາລວມ. ຫົວຂໍ້ຂອງ ວັນບຸນວິສາຂະບູຊາ Vesak 2019 ໄດ້ດຶງດູດຄວາມສົນໃຈຂອງຜູ້ແທນເປັນຈໍານວນຫຼວງຫຼາຍທີ່ມາຈາກທຸກສາລະທິດໃນໂລກ. ມີບົດປະກອບຄໍາຄິດເຫັນກວ່າ 500 ບົດຂອງນັກຮຽນຮູ້ ທັງຢູ່ພາຍໃນ ແລະ ສາກົນ ໃນນັ້ນ ມີການປະກອບຄໍາຄິດເຫັນຈາກບັນດາຜູ້ແທນຂອງຫວຽດນາມ ທີ່ໄດ້ສົ່ງເຖິງເຫດການເຂົ້າຮ່ວມບັນດາກອງປະຊຸມສໍາມະນາໃນຂອບເຂດ ວັນບຸນວິສາຂະບູຊາ ຄັ້ງນີ້. ພະມະຫາອາຈານ ທິກຢາກຕວ່ານ, ຮອງປະທານສະພາບໍລິຫານສູນກາງ ສະມາຄົມພຸດທະສາສະໜາຫວຽດນາມ ໃຫ້ຮູ້ວ່າ:
         “ພວກເຮົາທຸກຄົນລ້ວນແຕ່ມຸ່ງໄປເຖິງການສະແດງໃຫ້ເຫັນຈິດໃຈຂອງພຸດທະສາສະໜາ ປະກອບສ່ວນຮັບໃຊ້ໃຫ້ແກ່ອຸດົມການສັນຕິພາບໃຫ້ແກ່ມວນມະນຸດ, ນັ້ນແມ່ນຄວາມຄິດທີ່ໃຫຍ່ຫຼວງທີ່ສຸດ ເຊິ່ງປັດຈຸບັນ, ສະມາຄົມພຸດທະສາສະໜາພວກເຮົາຢາກພິສູດໃຫ້ເຫັນ ແລະ ປະກອບສ່ວນນໍາມາເຊິ່ງຈຸດຄວາມງາມຂອງພຸດທະສາສະໜາຫວຽດນາມ ທີ່ປະກອບສ່ວນໃຫ້ແກ່ພຸດທະສາສະໜາໂລກ, ກໍຄືສະແດງໃຫ້ປະຊາຄົມສາກົນເຫັນໄດ້ເຖິງຈຸດຄວາມງາມຂອງພະພຸດທະເຈົ້າ ແລະ ພຸດທະສາສະໜາ”. 
        ຂີດໝາຍຈະແຈ້ງຂອງຫວຽດນາມ
        ພະອາຈານໃຫຍ່ ທິກເຍິດຕື່,  ຮອງຫົວໜ້າຄະນະພຸດທະສາສະໜາສາກົນ, ສູນກາງສະມາຄົມພຸດທະສາສະໜາຫວຽດນາມ ໃຫ້ຮູ້ວ່າ ວັນບຸນວິສາຂະບູຊາ Vesak 2019 ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຮັກແພງຈາກປະຊາຄົມສາກົນ ແລະ ປະຊາຄົມພຸດທະສາສະໜາສາກົນ ເມື່ອມີຜູ້ແທນຈາກ 112 ປະເທດ ແລະ ເຂດແຄວ້ນເຂົ້າຮ່ວມ:
        ເມື່ອທຽບໃສ່ ວັນບຸນວິສາຂະບູຊາ Vesak 12 ຄັ້ງກ່ອນ ທີ່ຈັດຂຶ້ນຢູ່ ໄທ ແລະ 1 ຄັ້ງທີ່ ຈັດຂຶ້ນຢູ່ ສີລັງກາ ນັ້ນ, ນີີ້ເປັນຄັ້ງທໍາອິດ ການພົວພັນສາກົນຂອງພຸດທະສາສະໜາຫວຽດນາມ ບັນລຸຸໄດ້ຜົນງານສູງສຸດນັບແຕ່ກ່່ອນມາຮອດປັດຈຸບັນ. ດັ່ງນັ້ນ, ບົດຮຽນເຊິ່ງພວກເຮົາຖອດຖອນມາໄດ້ແມ່ນ ເມື່ອໃຫ້ຄໍາໝັ້ນສັນຍາ ແລະ ເຄົາລົບດ້ວຍຄວາມຈິງໃຈ ພວກເຮົາຈະໄດ້ຮັບຄວາມປິຕິຊົມຊື່ນຈາກປະຊາຄົມພຸດທະສາສະໜາໃນໂລກທີ່ມາເຂົ້າຮ່ວມ”.
        ຜູ້ແທນພາຍໃນປະເທດ ແລະ ສາກົນ ກໍມີຄວາມປະທັບໃຈເປັນພິເສດ ກ່ຽວກັບການເປັນເຈົ້າພາບຈັດຕັ້ງ ວັນບຸນວິສາຂະບູຊາ Vesak 2 ຄັ້ງກ່ອນ ຂອງ ຫວຽດນາມ ແລະ ຖືວ່າ ເລື່ອງພຸດທະສາສະໜາຫວຽດນາມ ນັບມື້ນັບພັດທະນາ ໄດ້ກອບສ່ວນບໍ່ໜ້ອຍເຂົ້າໃນການພັດທະນາລວມຂອງພຸດທະສາສະໜາສາກົນ.
        ຊຸມວັນດໍາເນີນວັນບຸນວິສາຂະບູຊາ Vesak 2019 ນີ້ ແມ່ນເວທີປາໄສທີ່ກວ້າງໃຫຍ່່ ເພື່ອໃຫ້ຫວຽດນາມ ບໍ່ພຽງແຕ່ແນະນໍາກ່ຽວກັບພາບພົດຂອງປະເທດຊາດ ແລະ ຊາວຫວຽດນາມທີ່ເປັນມິດສະໜິດສະໜົມ, ຮັກແພງແຂກຄົນ ແລະ ຮັກຫອມສັນຕິພາບເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຄວາມຮັບຜິດຊອບຂອງ ຫວຽດນາມ ຕໍ່ກັບ ສປຊ ໃນບົດບາດເປັນສະມາຊິກຕັ້ງໜ້າ, ເປັນເຈົ້າການປະກອບສ່ວນໃຫ້ແກ່ສັນຕິພາບໃນໂລກອີກດ້ວຍ./.
 (ແຫຼ່ງຄັດຈາກ VOV)


 

top