• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພື້ນຖານເສດຖະກິດ ຫວຽດນາມ ຈະຊະນະໂລກລະບາດໂຄວິດ - 19 ຄືແນວໃດ?

      “ພື້ນຖານເສດຖະກິດ ຫວຽດນາມ ຈະຊະນະໂລກລະບາດໂຄວິດ - 19 ຄືແນວໃດ?” ແມ່ນຫົວຂໍ້ຂອງກອງປະຊຸມສຳມະນາກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ ແລະ ການຄ້າ) ສົມທົບກັບອົງການສົ່ງເສີມການຄ້າ - ການລົງທຶນ ສ.ເກົາຫຼີ (KOTRA), ອົງການອະນາໄມໂລກ ປະຈຳ ຫວຽດນາມ, ກົມການແພດປ້ອງກັນ (ກະຊວງສາທາລະນະສຸກ), ພະແນກແຜນການ ແລະ ການລົງທຶນ ແຂວງ ຫວິງຟຸກ ແລະ ສູນສົ່ງເສີມການຄ້າ ແລະ ການລົງທຶນ ນະຄອນ ໂຮ່ຈີມິນ ຈັດຕັ້ງຂຶ້ນໃນວັນທີ 4 ສິງຫາ ຕາມຮູບການທາງອອນລາຍ.
ທ່ານ ຫວູບ໊າຝູ, ຫົວໜ້າກົມສົ່ງເສີມການຄ້າ  ກ່າວຄຳເຫັນທີ່ກອງປະຊຸມ (ພາບ: moit.gov)
      ທີ່ກອງປະຊຸມສຳມະນາ, ທ່ານ ຫວູບ໊າຝູ, ຫົວໜ້າກົມສົ່ງເສີມການຄ້າ ໄດ້ແບ່ງປັນວ່າ, ປັດຈຸບັນ, ລັດຖະບານ ຫວຽດນາມ ພວມຜັນຂະຫຍາຍບັນດາມາດຕະການທີ່ເຄັ່ງຄັດ ແລະ ຂ້ຽວຂາດກວ່າໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຕາມທິດນຳ ສົມທົບ “ເປົ້າໝາຍຄວບຄູ່” ທັງປ້ອງກັນ, ຕ້ານໂລກລະບາດ, ປົກປັກຮັກສາສຸຂະພາບຂອງປະຊາຊົນແມ່ນບຸລິມະສິດ, ທັງຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ ດ້ວຍຄວາມຕັດສິນໃຈຢ່າງສູງ ແລະ ຄົບຊຸດ.
        ພ້ອມກັນນັ້ນ, ທ້ອງຖິ່ນຕ່າງໆພວມສົມທົບກັບບັນດາຄະນະຄຸ້ມຄອງເຂດອຸດສາຫະກຳ ແລະ ນັກລົງທຶນຢ່າງແໜ້ນແຟ້ນ ເພື່ອປະຕິບັດບັນດາມາດຕະການຄົບຊຸດ ຮັບປະກັນບັນດາການເຄື່ອນໄຫວຜະລິດດຳເນີນທຸລະກິດ ຢູ່ໂຮງຈັກ, ໂຮງງານແຫ່ງຕ່າງໆໄດ້ຮັບການຄວບຄຸມເປັນຢ່າງດີ.
 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮັບຫຼຽນໄຊ​ອັນ​ສູງ​ສົ່ງ​ຂອງ​ລາ​ຊະ​ອາ​ນາ​ຈັກ ແດນ​ມາກ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮັບຫຼຽນໄຊ​ອັນ​ສູງ​ສົ່ງ​ຂອງ​ລາ​ຊະ​ອາ​ນາ​ຈັກ ແດນ​ມາກ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທ​ານ​ປະ​ເທດ ໂຕ​ເລິມ ສະ​ແດງ​ຄວາມ​ຫວັງ​ຢ່າງ​ຍິງວ່າ ຢາກ​ສະ​ຫງວນ​ຄວາມ​ເປັນ​ກຽດ​ອັນ​ຍິ່ງ​ໃຫຍ່​ນີ້​ໃຫ້​ປະ​ຊາ​ຊົນ ຫວຽດ​ນາມ, ໃຫ້​ລຸ້ນ​ຄົນ ຫວຽດ​ນາມ ແລະ ແດນ​ມາກທີ່​ຕັ້ງ​ພື້​ນ​ຖານ, ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ​ໃນ​ຕະຫຼອດ​ໄລ​ຍະ 55 ປີ​ຜ່ານ​ມາ.

Top