• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິ​ທີ​ໄວ້​ອາ​ໄລ​ອະ​ດີດ​ປະ​ທານ​ປະ​ເທດ ເຈິ່ນ​ດຶກ​ເລືອງ

ພິທີໄວ້ອາໄລ ແລະ ປົງສົບທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ໄດ້ຮັບການຖ່າຍທອດສົດຜ່ານຊ່ອງໂທລະພາບແຫ່ງຊາດ ຫວຽດນາມ ແລະ ວິທະຍຸກະຈາຍສຽງ ຫວຽດນາມ.
ຫີບສົບທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ຢູ່ ຫໍຈັດງານສົບແຫ່ງຊາດ (VGP)

ຕອນເຊົ້າວັນທີ 25 ພຶດສະພາ, ພິທີໄວ້ອາໄລອະດີດປະທານປະເທດ ເຈິ່ນດຶກເລືອງ ຖືກຈັດຂຶ້ນຢູ່ ຫໍຈັດງານສົບແຫ່ງຊາດ ເຮືອນເລກທີ 5 ຖະໜົນ ເຈິ່ນແທັງຕົງ, ນະຄອນ ຮ່າໂນ້ຍ; ສະໂມສອນ ຖົງເຍິກ, ນະຄອນ ໂຮ່ຈີມິນ ແລະ ສະໂມສອນ T50, ກອງບັນຊາການທະຫານແຂວງ ກວາງງາຍ, ເຮືອນເລກທີ 142 ເລຈູງດິ່ງ, ນະຄອນ ກວາງງາຍ (ບ້ານເກີດເມືອງນອນຂອງອະດີດປະທານປະເທດ ເຈິ່ນດຶກເລືອງ).

15 ໂມງຂອງວັນດຽວກັນ, ພິທີປົງສົບທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ໄດ້ດຳເນີນຢູ່ເຂດສຸສານ ຕາແສງ ໂຝແຄັງ, ເທດສະບານ ດຶກໂຝ, ແຂວງ ກວາງງາຍ.

ພິທີໄວ້ອາໄລ ແລະ ປົງສົບທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ໄດ້ຮັບການຖ່າຍທອດສົດຜ່ານຊ່ອງໂທລະພາບແຫ່ງຊາດ ຫວຽດນາມ ແລະ ວິທະຍຸກະຈາຍສຽງ ຫວຽດນາມ.

ທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ, ເກີດວັນທີ 5 ພຶດສະພາ 1937; ບ້ານເກີດ: ຢູ່ຕາແສັງ ໂຝແຄັງ, ເມືອງ ດຶກໂຝ (ເທດສະບານ ດຶກໂຝ ປັດຈຸບັນ), ແຂວງ ກວາງງາຍ. ທ່ານເຂົ້າຮ່ວມການປະຕິວັດເດືອນ ກຸມພາ 1955; ເຂົ້າເປັນສະມາຊິກພັກຄອມມູນິດ ຫວຽດນາມ ໃນວັນທີ 19 ທັນວາ 1959.

ທ່ານເປັນກຳມະການຄະນະບໍລິຫານງານສູນກາງພັກຊຸດທີ V, VI, VII, VIII, IX; ກຳມະການກົມການເມືອງຊຸດທີ VIII, IX; ກຳມະການຜູ້ປະຈຳການກົມການເມືອງຊຸດທີ VIII; ຮອງປະທານສະພາລັດຖະມົນຕີ ແຕ່ເດືອນກຸມພາ 1987 ຮອດເດືອນກັນຍາ 1992; ຮອງນາຍົກລັດຖະມົນຕີ ແຕ່ເດືອນ ຕຸລາ 1992 ຮອດເດືອນ ສິງຫາ 1997; ແຕ່ເດືອນ ກັນຍາ 1997 ຫາເດືອນ ມິຖຸນາ 2006, ທ່ານປະທານປະທານປະເທດແຫ່ງ ສສ. ຫວຽດນາມ, ປະທານສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ຊຸດທີ X, ຊຸດທີ XI; ສະມາຊິກສະພາແຫ່ງຊາດບັນດາຊຸດທີ VII, VIII, X, XI.

ພາຍຫຼັງເຈັບເປັນມາເປັນໄລຍະໜຶ່ງ, ເຖິງວ່າໄດ້ຮັບການປິ່ນປົວຢ່າງສຸດຈິດສຸດໃຈຈາກພັກ, ລັດ, ຖັນແຖວສາດສະດາຈານ, ແພດໝໍ ແລະ ການເບິ່ງແຍງດູແລຂອງຄອບຄົວແລ້ວກໍຕາມ, ແຕ່ຍ້ອນອາຍຸສູງ, ອາການເຈັບໜັກ, ທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ໄດ້ເຖິງແກ່ມໍລະນະກຳໃນເວລາ 22 ໂມງ 51 ນາທີ, ຂອງວັນທີ 20 ພຶດສະພາ 2025 (ກົງກັບວັນທີ 23 ເມສາ ປີ ມະເສັງ); ຢູ່ເຮືອນສ່ວນຕົວ, ລວມອາຍຸ 88 ປີ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top