• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິ​ທີ​ສະ​ເຫຼີມ​ສະຫຼອງ 90 ປີ​ແຫ່ງວັນ​ມູນ​ເຊື້ອ​ຂ​ະ​ແໜງ​ໂຄ​ສະ​ນາ​- ສຶ​ກ​ສາຂອງ​ພັກ

ຕອນເຊົ້າວັນທີ 1 ສິງຫາ, ຢູ່ຮ່າໂນ້ຍ, ຄະນະໂຄສະນາ ສຶກສາສູນການພັກກອມມູນິດ ຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ90 ປີແຫ່ງວັນມູນເຊື້ອຂະແໜງໂຄສະນາສຶກສາຂອງພັກ (1 ສິງຫາ 1930 – 1 ສິງຫາ 2020).
 
ທ່ານ ຫວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ າວສູນທອນພົດຢູ່ພິທີສະເຫຼີມສະຫຼອງ (ພາບ: qdnd.vn)

ກ່າວສູນທອນພົດຢູ່ພິທີສະເຫຼີມສະຫຼອງ, ທ່ານ ຫວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ຊີ້ແຈ້ງວ່າ: 90 ປີທີ່ຜ່ານມາ, ຂະແໜງໂຄສະນາສຶກສາ ແລະ ວຽກງານໂຄສະນາສຶກສາກາຍເປັນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກພາລະກິດປະຕິວັດຂອງພັກ ແລະ ຊາດໄດ້ແລະ ຍາມໃດກໍ່ມີຄວາມສະໜິດຕິດພັນຢ່າງເລິກເຊິ່ງ. ບັນດາໄຊຊະນະທີ່ຍິ່ງໃຫຍ່ເຊິ່ງພັກ ແລະ ປະຊາຊົນຫວຽດນາມຍາດມາໄດ້ໃນພາລະກິດແຫ່ງການຕໍ່ສູ້, ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບກໍ່ຄືໃນພາລະກິດແຫ່ງການປ່ຽນແປງໃໝ່, ສ້າງສາ, ພັດທະນາ ແລະ ປົກປັກຮັກສາ ປະເທດຊາດລ້ວນແຕ່ມີການປະກອບສ່ວນອັນໃຫຍ່ຫຼວງຂອງຂະແໜງໂຄສະນາສຶກສາ ແລະ ວຽກງານໂຄສະນາສຶກສາຂອງພັກ.

        ທີ່ພິທີສະເຫຼີມສະຫຼອງ, ທ່ານຮ່າດັງ, ອະດີດຫົວໜ້າຄະນະແນວຄິດວັດທະນະທຳສູນກາງພັກແບ່ງປັນວ່າ:

        ໃນຫຼາຍປີທີ່ເຮັດວຽກງານວັດທະນະທຳນັ້ນ ວຽກງານແນວຄິດທິດສະດີຂອງຄະນະໂຄສະນາສຶກສາໄດ້ຖືເປັນສຳຄັນແຖວໜ້າ. ໃນວຽກງານແນວຄິດທິດສະດີມີ 3 ເນື້ອໃນ, ທີ 1 ແມ່ນໂຄສະນາລັດທິ ມາກ - ເລນິນ ແລະ ແນວຄິດໂຮ່ຈີມິນ; ອະທິບາຍແນວທາງແຜນນະໂຍບາຍຂອງພັກ; ນຳເຂົ້າໃນການດຳລົງຊີວິດຕົວຈິງເພື່ອຄົ້ນພົບບັນດາບັນຫາຂອງການດຳລົງຊີວິດ ຫຼັງຈາກນັ້ນສ່ອງແສງໃຫ້ພັກ, ຖ້າຫາກວ່າບັນດາແຜນນະໂຍບາຍຍັງບໍ່ທັນແທດເໝາະ, ຍັງບໍ່ທັນຖືກຕ້ອງກັບຕົວຈິງຕ້ອງໄດ້ປັບປຸງ, ແກ້ໄຂ ແລະ ມີນະໂຍບາຍໃໝ່, ສິ່ງດັ່ງກ່າວນັ້ນ, ຄະນະໂຄສະນາສຶກສາສູນກາງລ້ວນແຕ່ເຮັດໄດ້ດີ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ບັນດາໝາກຜົນລະອຽດເດືອນນີ້ດີກວ່າເດືອນກ່ອນ, ດີກວ່າເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024, ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ.

Top