• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິ​ທີ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ມູນ​ເຊື້ອ​ໜັງ​ສື​ພິມກອງ​ທັບ​ປະ​ຊາ​ຊົນ

ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອໜັງສືພິມກອງທັບປະຊາຊົນ (20 ຕຸລາ 1950 – 20 ຕຸລາ 2020) ໜັງສືພິມກອງທັບປະຊາຊົນ ໄດ້ດຳເນີນໃນຕອນເຊົ້າວັນທີ 19 ຕຸລາ ຢູ່ຮ່າໂນ້ຍ. 

ທ່ານ ໂງຊວັນລິກ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມກ່າວຄຳເຫັນທີ່ພິທີ (ພາບ:  qdnd.vn)

ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຮ່ວມ ແລະ ມອບຫຼຽນໄຊເອກະລາດຊັ້ນ III ໃຫ້ແກ່ໜັງສືພິມກອງທັບປະຊາຊົນ.

ທ່ານຫງວຽນຝູຈ້ອງ ເລຂາທິການໃຫ່ຍ, ປະທານປະເທດ ຫວຽດນາມ ໄດ້ສົ່ງຊໍ່ດອກໄມ້ ແລະ ຈົດໝາຍອວຍພອນ ໂດຍຕາງໜ້າໃຫ້ການນຳພັກ, ລັດ ແລະ ຄະນະພັກການທະຫານສູນກາງ, ທ່ານ ຫງວຽນຝູຈ້ອງ ໄດ້ຍ້ອງຍໍສັນລະເສີນ, ຊົມເຊີຍ ແລະ ອວຍພອນບັນດາໝາກຜົນ, ຜົງານທີ່ເປັນໜ້າເອກອ້າງທະນົງໃຈທີ່ ໜັງສືພິມກອງທັບປະຊາຊົນ  ບັນລຸໄດ້ໃນຕະຫຼາດ 70 ປີແຫ່ງການສ້າງສາ ແລະ ເຕີບໂຫຍ່. ກ່າວຄຳເຫັນທີ່ພິທີ, ທ່ານ ໂງຊວັນລິກ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມໃຫ້ຮູ້ວ່າ:

ໜັງສືພິມກອງທັບປະຊາຊົນຕ້ອງມີໜ້າຢູູ່ບັນດາບ່ອນທີ່ຫຍຸ້ງຍາກລຳບາກ ທີ່ສຸດຢ່າງທັນການ, ປະກອບສ່ວນຊ່ວຍກັບພໍ່ແມ່ປະຊາຊົນເຂດຫ່າງໄກສອກຫຼີກ, ຊາຍແດນ, ທະເລໝູ່ເກາະ, ປ້ອງກັນ, ຕ້ານ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະນາດ, ຊອກຄົ້ນ, ກູ້ເອົາກູ້ຊີບ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top