• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິ​ທີ​ວາງ​ພວງ​ມາ​ລາ​ໄວ້​ອາ​ໄລ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ຢູ່ຫຼາຍ​ປະ​ເທດ​ໃນ​ໂລກ

ວັນທີ 25 ກໍລະກົດ, ສະຖານທູດ ຫວຽດນາມ ປະຈຳ ຝລັ່ງ ໄດ້ຈັດພິທີກ່າວໄຫວ້ອາໄລ, ເປີດປຶ້ມໄວ້ອາໄລ ແລະ ວາງພວງມາລາໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.
ພິທີວາງພວງມາລາ ແລະ ເປີດປຶ້ມໄວ້ອາໄລອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຈັດຂຶ້ນຢູ່ ຕວັກກີ

ຄະນະເອກອັກຄະລັດຖະທູດ ລາວ, ເອກອັກຄະລັດຖະທູດ UNESCO ປະຈຳບັນດາປະເທດ  ກູບາ, ສີລັງກາ, ລັດເຊຍ, ມາຣົກໂກ, ມຽນມາ, ຜູ້ຕາງໜ້າກະຊວງເອີຣົບ ແລະ ກະຊວງການຕ່າງປະເທດ ຝລັ່ງ, ສະຖານທູດ ຍີ່ປຸ່ນ, ອາເມລິກາ, ບັນດາສະມາຄົມມິດຕະພາບ ຝລັ່ງ - ຫວຽດນາມ ພ້ອມດ້ວຍພໍ່ແມ່ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ເຂົ້າວາງພວງມາລາ ແລະ ຂຽນໃສ່ປຶ້ມໄວ້ອາໄລ ເປັນຈຳນວນຫຼວງຫຼາຍ.

ເຂົ້າຮ່ວມພິທີວາງພວງມາລາ, ທ່ານ Firmin Edouard Matoko, ຜູ້ຊ່ວຍວຽກຜູ້ອຳນວຍການໃຫຍ່ອົງການ UNESCO ກ່ຽວກັບການໃຫ້ບຸລິມະສິດແກ່ ອາຟະລິກາ ແລະ ການພົວພັນຕ່າງປະເທດ, ໄດ້ສະແດງຄວາມຮູ້ສຶກວ່າ:

“UNESCO ສະແດງຄວາມເຄົາລົບນັບຖືຢ່າງສຸດໃຈຕໍ່ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງການນຳຜູ້ຍິ່ງໃຫຍ່ດ້ວຍບຸກຄະລິກກະພາບດີເລີດຜູ້ມີຄຸນງາມຄວາມດີຢ່າງໃຫຍ່ຫຼວງຕໍ່ການສ້າງສັນຕິພາບຂອງ ຫວຽດນາມ ແລະ ໂລກເພິ່ນໄດ້ເຊື່ອໝັ້ນຕໍ່ບັນດາຄຸນຄ່າຂອງ UNESCO. ພວກຂ້າພະເຈົ້າ ຫວັງວ່າ ບັນດາປະເທດໃນໂລກຈະສືໍ່ຮຽນແບບຢ່າງອັນຍິ່ງໃຫຍ່ຂອງທ່ານ”.

ກໍໃນວັນທີ 25 ກໍລະກົດ, ສະຖານທູດ ຫວຽດນາມ ປະຈຳ ຕວັກກີ ກໍໄດ້ຈັດພິທີວາງພວງມາລາ ແລະ ເປີດປຶ້ມໄວ້ອາໄລອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຂຶ້ນຢ່າງສົມກຽດ.

ກໍໃນວັນດຽວກັນ, ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ອົງການການຄ້າໂລກ ແລະ ບັນດາອົງການຈັດຕັ້ງສາກົນອື່ນໆ ປະຈຳຢູ່ ເຊີແນວ, ປະເທດສະວິດ ໄດ້ຈັດພິທີຫຼຸດທຸງລົງເຄິ່ງເສົາ, ຈັດພິທີວາງພວງມາລາ ແລະ ເປີດປຶ້ມໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

ພິທີວາງພວງມາລາ ແລະ ເປີດປຶ້ມໄວ້ອາໄລອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໂດຍສະຖານທູດ, ອົງການຜູ້ຕາງໜ້າການທູດ ຫວຽດນາມ ປະຈຳ ເຢຍລະມັນ, ມາເລເຊຍ, ຮົ່ງກົງ (ຈີນ), ສີລັງກາ, ອາຣັບບີ ສະອຸດິ, ອັງກິດ, ອີຣານ, ແບນຊິກ,  ອິດສະຣາແອັນ, ອັງກິດ, ສ.ເຊັກໂກ, ອາກຊັງຕິນ, ອາຟະລິກາໃຕ້… ກໍໄດ້ຈັດຂຶ້ນຢ່າງສົມກຽດ, ດ້ວຍການເຂົ້າຮ່ວມຂອງຊາວ ຫວຽດນາມ ອາໄສຢູ່ບັນດາປະເທດປະຈຳຖິ່ນ, ຜູ້ຕາງໜ້າອົງການການທູດບັນດາປະເທດ ເປັນຈຳນວນຫຼາຍ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top