• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິ​ທີ​ມອບ​ກາ​ໝາຍ​ 55 ປີ ເປັນ​ສະ​ມາ​ຊິກ​ພັກ​ໃຫ້​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝ​ູ​ຈ້ອງ

ຕອນບ່າຍວັນທີ 2 ກຸມພາ, ຢູ່ຮ່າໂນ້ຍ, ຄະນະພັກຫ້ອງວ່າການສູນກາງພັກ ໄດ້ຈັດຕັ້ງພິທີມອບກາໝາຍ 55 ປີເປັນສະມາຊິກພັກໃຫ້ແກ່ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ.
  ທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ພິທີ   

ເຂົ້າຮ່ວມພິທີ ມີທ່ານອະດີດເລຂາທິການໃຫຍ່ ນົງດຶກແມ້ງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ທ່ານ ຫວໍວັນເຖືອງ ຜູ້ປະຈຳການຄະນະເລຂາ, ທ່ານນາງ ຫວໍທິແອັງຊວນ ຮັກສາການປະທານປະເທດ.

ກ່າວຄຳເຫັນທີ່ພິທີ, ທ່ານ ຫວໍວັນເຖືອງ ໄດ້ສະແດງຄວາມຊົມເຊີຍຕໍ່ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເປັນກຽດໄດ້ຮັບນາມມະຍົດອັນສູງສົ່ງຂອງພັກ, ເຊິ່ງຢັ້ງຢືນວິວັດການອຸທິດສ່ວນ, ຄຸນງາມຄວາມດີອັນໃຫຍ່ຫຼວງຂອງທ່ານເລຂາທິການໃຫຍ່ ຕໍ່ພາລະກິດແຫ່ງການກໍ່ສ້າງພັກ ໃຫ້ນັບມື້ນັບປອດໄສ, ໝັ້ນຄົງເຂັ້ມແຂງ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ:

ຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ພັກ, ລັດ ແລະ ປະຊາຊົນ. ຂໍຂອບໃຈບັນດາການນຳ, ອະດີດການນຳລຸ້ນຕ່າງໆ ແລະ ບັນດາສະຫາຍທຸກຖ້ວນໜ້າ. ຂ້າພະເຈົ້າໝັ້ນໝາຍຕະຫຼອດຊີວິດຈະສູ້ຊົນ, ເສຍສະຫຼະ, ມີຄວາມຈົ່ງຮັກພັກດີຕໍ່ອຸດົມການ, ພາລະກິດປະຕິວັດຂອງພັກ, ອອກແຮງຝືກຝົນຫຼໍ່ຫຼອມ; ມານະພະຍາຍາມຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ເພື່ອສົມເປັນສະມາຊິກພັກກອມມູນິດ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top