• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິ​ທີເລີ່ມ​ຕົ້ນການ​ຕອບ​ສະ​ໜອງ​​ບັ້ນ​​ເຮັດ​ໃຫ້​ໂລ​ກສະ​ອາດ​ກ່​ວາປີ 2024

ທ່ານ ຫງວຽນຮຸຍຕ່ວານ, ຮອງປະທານຄະນະກຳມະການປະຊາຊົນເມືອງ ແທັງຈີນ ໃຫ້ຮູ້ວ່າ ໂດຍຕອບສະໜອງບັ້ນຍຸດທະສາດ “ເຮັດໃຫ້ໂລກສະອາດກ່ວາ” ປີ 2024, ທາງເມືອງ ຈະປູກຕົ້ນໄມ້ໃໝ່ 90 ຕົ້ນຢູ່ສວນສາທາລະນະ ຈູວັນອານ ປະກອບສ່ວນເພີ່ມຈຳນວນຕົ້ນໄມ້ທີ່ໄດ້ປູກໃນເຂດຕົວເມືອງພາຍຫຼັງພາຍຸ Yagi
ທ່ານ ຫງວຽນຮຸຍຕ່ວານ, ຮອງປະທານຄະນະກຳມະການປະຊາຊົນເມືອງ ແທັງຈີນ ກ່າວຄຳເຫັນທີ່ພິທີ (ພາບ: TTXVN)

ພິທີເລີ່ມຕົ້ນການຕອບສະໜອງບັ້ນ“ເຮັດໃຫ້ໂລກສະອາດກ່ວາ” ປີ 2024 ໄດ້ດຳເນີນໃນຕອນເຊົ້າວັນທີ 22 ກັນຍາ ຢູ່ເມືອງແທັງຈີ, ຮ່າໂນ້ຍ. ແທັງຈີ ແມ່ນໜຶ່ງໃນບັນດາທ້ອງຖິ່ນຂອງນະຄອນ ຮ່າໂນ້ຍ ໄດ້ຜັນຂະຫຍາຍວຽກງານປົກປ້ອງສິ່ງແວດລ້ອມໃຫ້ເປັນຢ່າງດີທີ່ສຸດ.

ທີ່ພິທີ, ທ່ານ ຫງວຽນຮຸຍຕ່ວານ, ຮອງປະທານຄະນະກຳມະການປະຊາຊົນເມືອງ ແທັງຈີນ ໃຫ້ຮູ້ວ່າ ໂດຍຕອບສະໜອງບັ້ນ “ເຮັດໃຫ້ໂລກສະອາດກ່ວາ” ປີ 2024, ທາງເມືອງ ຈະປູກຕົ້ນໄມ້ໃໝ່ 90 ຕົ້ນຢູ່ສວນສາທາລະນະ ຈູວັນອານ ປະກອບສ່ວນເພີ່ມຈຳນວນຕົ້ນໄມ້ທີ່ໄດ້ປູກໃນເຂດຕົວເມືອງພາຍຫຼັງພາຍຸ Yagi; ປະຊາຊົນແຕ່ລະຄົນຈະນຳໃຊ້ຊັບພະຍາກອນທຳມະຊາດຢ່າງຖືກຕ້ອງ, ຜະລິດຄືນໃໝ່, ນຳໃຊ້ຂີ້ເຫຍື້ອຄືນໃໝ່, ແບ່ງປະເພດສິ່ງເສດເຫຼືອ ຢູ່ແຫຼ່ງກຳເນີດ ແລະ ຫຼຸດຜ່ອນຈຳນວນຂີ້ເຫຍື້ອລົງ…

ບັ້ນເຮັດໃຫ້ໂລກສະອາດກ່ວາ ໂດຍ ອົດສະຕາລີ ລິເລິ່ມ ແລະ ໂຄງການສິ່ງແວດລ້ອມ ສປຊ ປຸກລະດົມຕອບສະໜອງໃນທົ່ວໂລກ ນັບແຕ່ປີ 1993 (ຈັດຂຶ້ນເປັນປະຈຳໃນອາທິດທີ 3 ຂອງເດືອນກັນຍາ ໃນທຸກປີ). ມາຮອດປັດຈຸບັນ, ບັ້ນຍຸດທະສາດນີ້ໄດ້ດຶງດູດການເຂົ້າຮ່ວມຕອບສະໜອງຂອງກ່ວາ 180 ປະເທດ ໃນທົ່ວໂລກ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄປຮອດ ນິວຢອກ ເຂົ້າຮ່ວມສັບປະດາຂັ້ນສູງສະມັດຊາໃຫຍ່ ສປຊ ຊູດທີ 79

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄປຮອດ ນິວຢອກ ເຂົ້າຮ່ວມສັບປະດາຂັ້ນສູງສະມັດຊາໃຫຍ່ ສປຊ ຊູດທີ 79

ສັບປະດາຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 79 ໄດ້ເຕົ້າໂຮມການນຳສາກົນເປັນຈຳນວນຫຼາຍ ເພື່ອພ້ອມກັນປຶກສາຫາລື, ວາງແຜນກຳນົດໃນການພັດທະນາຂອງໂລກໃນອະນາຄົດ.

Top