• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິ​ທີສົ່ງ​ສະ​ການ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຝູ​ຈ້ອງ

ໃນເວລາ 15 ໂມງຂອງວັນທີ 26 ກໍລະກົດ, ພິທີສົ່ງສະການທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ຈັດຂຶ້ນຢ່າງສົມກຽດຢູ່ເຂດສຸສານ ມາຍຢີກ, ນະຄອນ ຮ່າໂນ້ຍ.
ໃນສຽງດຸລິຍະ, ການຳພັກ, ລັດ, ແຂກສາກົນ ແລະ ຄອບຄົວ ໄດ້ຈູດທູບໃຕ້ທຽນ ແລະ ຍ່າງອ້ອມຂຸມຝັງສົບເພື່ອສົ່ງອຳລາທ່ານເລຂາທິການໃຫຍ່ (ພາບ: TTXVN)

ເຂົ້າຮ່ວມພິທີສົ່ງສະການທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ລວມມີ: ທ່ານປະທານປະເທດ ໂຕເລິມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ, ບັນດາຜູ້ແທນ, ແຂກສາກົນ, ອະດີດການນຳພັກ, ລັດ ແລະ ຜູ້ຕາງໜ້າບັນດາອົງການ, ໝູ່ຄະນະ, ທ້ອງຖິ່ນ.

ພິທີກຳປົງສົບ ໄດ້ດຳເນີນໄປໃນເວລາ 15 ໂມງ ໂດຍມີການເປັນສັກຂີພິຍານຂອງການນຳພັກ, ລັດ ພ້ອມດ້ວຍຄອບຄົວ. ພັນລະຍາທ່ານເລຂາທິການໃຫຍ່ ແລະ ຄອບຄົວ ພ້ອມດ້ວຍບັນດາການນຳພັກ, ລັດ ໄດ້ໂຮ່ຍດອກໄມ້ ແລະ ດິນກ້ອນທຳອິດລົງຂຸມຝັງສົບ. 

ທ່ານເລື່ອງເກື່ອງ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງງານສົບ, ກ່າວສະແດງຄຳຂອບໃຈ (ພາບ: TTXVN)

ກ່າວຄຳເຫັນພາຍຫຼັງສຳເລັດພິທີປົງສົບ, ທ່ານເລື່ອງເກື່ອງ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງງານສົບ, ໄດ້ສະແດງຄວາມຂອບໃຈຕໍ່ບັນດາການນຳພັກ, ລັດ, ບັນດາຜູ້ແທນແຂກຜູ້ມີກຽດ, ທົ່ວປວງຊົນທັງຊາດ, ກົມກອງກຳລັງປະກອບອາວຸດ, ຜູ້ຊົງຄຸນວຸດທິ, ປັນຍາຊົນ, ຜູ້ມີຍົດສັກຕຳແໜ່ງທາງສາສະໜາ, ຄະນະນັກການທູດ, ການນຳບັນດາປະເທດ, ບັນດາອົງການຈັດຕັ້ງ ແລະ ເພື່ອນມິດສາກົນ ທີ່ໄດ້ມາວາງພວງມາລາໄວ້ອາໄລ, ຝາກພວງມາລາ, ໂທລະເລກແບ່ງປັນຄວາມເສົ້າສະຫຼົດໃຈ, ເຂົ້າຮ່ວມພິທີວາງພວງມາລາ, ກ່າວໄວ້ອາໄລ, ພິທີສົ່ງສະການ ແລະ ສົ່ງອຳລາທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃຫ້ໄປສູ່ສຸຂະຕິພົບ.

        ໃນສຽງດຸລິຍະ, ການນຳພັກ, ລັດ, ແຂກສາກົນ ແລະ ຄອບຄົວ ໄດ້ຈູດທູບໃຕ້ທຽນ ແລະ ຍ່າງອ້ອມຂຸມຝັງສົບເພື່ອສົ່ງອຳລາທ່ານເລຂາທິການໃຫຍ່, ນັກຮົບກອມມູນິດ, ການນຳດີເລີດ, ລູກຜູ້ດີເດັ່ນຂອງຊາດ ຫວຽດນາມ./.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top