• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີໄວ້ອາໄລທ່ານອະດີດປະທານປະເທດເລດຶກແອັງ

      ໃນເວລາ 10 ໂມງ 45 ນາທີຂອງວັນທີ 3 ພຶດສະພາ, ພິທີໄວ້ອາໄລທ່ານພົນເອກ ເລດຶກແອັງ, ອະດີດກຳມະການກົມການເມືອງ, ອະດີດປະທານປະເທດ, ອະດີດຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ຈັດຂຶ້ນຢ່າງສົມກຽດຢູ່ຫໍຈັດງານສົບແຫ່ງຊາດທີ່ຮ່າໂນ້ຍ.

(ພິທີໄວ້ອາໄລຢູ່ນະຄອນໂຮ່ຈີມິນ)
      ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນ ພ້ອມດ້ວຍບັນດາການນຳ, ອະດີດການນຳພັກ, ລັດ, ລັດຖະບານຫວຽດນາມ.... ໄດ້ເຂົ້າຮ່ວມພິທີໄວ້ອາໄລ. ຄະນະຜູ້ແທນຂັ້ນສູງລາວ ໂດຍທ່ານ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງ, ປະທານສູນກາງແນວລາວສ້າງຊາດ ເປັນຫົວໜ້າຄະນະ ໄດ້ເຂົ້າຮ່ວມພິທີດັ່ງກ່າວ.
  ໃນຈຸດເວລາດຽວກັນ, ພິທີໄວ້ອາໄລກໍ່ຖືກຈັດຂື້ນທີ່ຫໍປະຊຸມເອກະພາບ-ນະຄອນໂຮ່ຈີມິນ ແລະ ຫໍປະຊຸມຄະນະກຳມະການປະຊາຊົນແຂວງເທື່ອທຽນ-ເຫ້ວ ຊື່ງແມ່ນບ້ານເກີດເມືອງນອນຂອງທ່ານອະດີດປະທານປະເທດ ເລດຶກແອັງ.
   ທີ່ພິທີໄວ້ອາໄລ, ທ່ານຫງວຽນຊວນຟຸກ, ກຳມະການກົມການເມືອງ, ນາຍົກລັດຖະມົນຕີຫວຽດນາມ ໄດ້ອ່ານບົດໄວ້ອາໄລຊີວະປະຫວັດຫຍໍ້ ແລະ ວິວັດການເຄື່ອນໄຫວປະຕິວັດ, ວຽກງານຂອງອະດີດປະທານປະເທດ ເລດຶກແອັງ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ: ທ່ານອະດີດປະທານປະເທດ ເລດຶກແອັງ ແມ່ນການນຳຜູ້ດີເດັ່ນ, ມີຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດ, ກອງທັບ ແລະ ປະຊາຊົນ, ແມ່ນສະມາຊິກພັກຜູ້ທີ່ຈົ່ງຮັກພັກດີ, ໄດ້ອຸທິດຕະຫຼອດຊີວິດຂອງຕົນໃຫ້ແກ່ການປະຕິວັດ, ເສຍສະຫຼະເພື່ອອຸດົມການສ້າງເອກະລາດແຫ່ງຊາດ ແລະ ລັດທິສັງຄົມນິຍົມ, ເພື່ອຄວາມຜາສຸກຂອງປະຊາຊົນ.
    ບໍ່ວ່າໃນຕຳແໜ່ງໃດ, ທ່ານພົນເອກ ເລດຶກແອັງ ກໍ່ໄດ້ອຸທິດເຫື່ອແຮງສະປັນຍາຂອງຕົນຕໍ່ພາລະກິດການປະຕິວັດຊາດ, ພ້ອມກັບການນຳພັກ, ລັດມີບັນດາລັດຖະນະໂຍບາຍທີ່ສຳຄັນເພື່ອສ້າງສາປະເທດຊາດຄືນໃໝ່, ລິເລີ່ມກິດຈະການປ່ຽນແປງໃໝ່, ທັບມ້າງການຂວ້ຳບາດ, ເພີ່ມທະວີກຳລັງຄວາມສາມາດບົ່ມຊ້ອນດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບຂອງຊາດ. ໃນຖານະເປັນປະທານປະເທດ, ດ້ວຍຈິນຕະນາການຍຸດທະສາດ, ທ່ານໄດ້ພ້ອມກັບການນຳພັກ, ລັດວາງອກ, ຊີ້ນຳການຜັນຂະຫຍາຍການປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ນຳປະເທດຊາດບັນລຸໄດ້ບັນດາຜົນງານອັນໃຫ່ຍຫຼວງ, ມີຄວາມໝາຍປະຫວັດສາດ.
    ໃນຕອນເຊົ້າຂອງວັນທີ 3 ພຶດສະພາ, ມີຄະນະຜູ້ຕາງໜ້າບັນດາອົງການຈັດຕັ້ງມະຫາຊົນທ້ອງຖີ່ນ, ກົມກອງກຳລັງປະກອບອາວຸດປະຊາຊົນ, ຜູ້ຊົງຄຸນວຸດທິ, ປັນຍາຊົນ, ຜູ້ມີຍົດຖາບັນດາສັກ, ສາສະໜາ, ບັນດາອົງການຈັດຕັ້ງ ແລະ ສ່ວນບຸກຄົນຢູ່ພາຍໃນ ແລະ  ຕ່າງປະເທດກ່ວາ 1000 ຄະນະ ໄດ້ໄປໄວ້ອາໄລທ່ານອະດີດປະທານປະເທດ ເລດຶກແອັງ ຢູ່ຮ່າໂນ້ຍ, ນະຄອນໂຮ່ຈີມິນ ແລະ ແຂວງເທື່ອທຽນ-ເຫ້ວ ຊື່ງແມ່ນບ້ານເກີດເມືອງນອນຂອງທ່ານອະດີດປະທານປະເທດ ເລດຶກແອັງ.
            ຕອນແລງວັນທີ 03 ພຶດສະພາ, ພິທີປົງສົບທ່ານອະດີດປະທານປະເທດ, ພົນເອກ ເລດຶກແອັງ, ຖືກຈັດຂຶ້ນຢູ່ສຸສານນະຄອນ ໂຮ່ຈີມິນ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ການນໍານະຄອນ ໂຮ່ຈີມິນ, ບັນດາການນໍາພັກ, ລັດ, ກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ, ປະຊາຊົນ ພ້ອມດ້ວຍຍາດຕິພີ່ນ້ອງຂອງຄອບຄົວທ່ານພົນເອກ ເລດຶກແອັງ ໄດ້ເຂົ້າຮ່ວມ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top