ວັນທີ 22 ກຸມພາ (ກົງກັບວັນທີ 06 ເດືອນຈຽງປີມະເມຍ), ພິທີໄຂປາກກາຂຽນຍາມຕົ້ນລະດູບານໃໝ່ ໄດ້ຈັດຂຶ້ນຢູ່ເຂດປູຊະນີຍະສະຖານລະດັບຊາດພິເສດວິຫານ ຈ້າງຈິ່ງ ຫງວຽນບິງຄຽມ (ຕາແສງ ຫງວຽນບິງຄຽມ, ນະຄອນ ຫາຍຟ່ອງ), ໄດ້ດຶງດູດປະຊາຊົນ, ແຂກທ່ອງທ່ຽວ ແລະ ບັນດານັກຮຽນ, ນັກສຶກສາເຂົ້າຮ່ວມເປັນຈຳນວນຫຼາຍ.
ເຫດການໄດ້ຈັດຂຶ້ນດ້ວຍຂອບຂະໜາດໃຫຍ່, ມີພິທີກຳທີ່ເປັນມູນເຊື້ອຢ່າງຄົບຖ້ວນ, ຄື: ພິທີແຫ່ປາກກາ, ແຫ່ຫີນມຶກ ແລະ ແຫ່ນ້ຳ; ພິທີຖະຫວາຍທູບທຽນ ຈ້າງຈິ່ນ ຫງວຽນບິງຄຽມ… ຫຼັງຈາກນັ້ນ, ບັນດາຄູອາຈານ ແລະ ນັກຮຽນຈະເລີ່ມຂຽນຕົວໜັງສືທຳອິດໃນປີໃໝ່ດ້ວຍຫົວຂໍ້ “ການຮຽນນັບມື້ນັບດີ, ການເສັງໄດ້ດີ, ພູມປັນຍາສະຫຼາດສ່ອງໃສ” ແລະ ການເຄື່ອນໄຫວໃຫ້ຕົວໜັງສື… ອ້າຍ ຈູວັນຮຽວ (ຕາແສງ ອາຊ່າວ, ແຂວງ ຮືງອຽນ), ສະແດງຄວາມໃນໃຈວ່າ:
“ຕົ້ນປີໃໝ່, ຂ້າພະເຈົ້າພາລູກສາວມາແຫ່ງນີ້ເພື່ອຖະຫວາຍທູບທຽນ ຂໍໃຫ້ລູກຮຽນເກັ່ງ, ປາດຖະໜາວ່າລູກຈະເສີມຂະຫຍາຍມູນເຊື້ອມັກຮ່ຳມັກຮຽນຂອງປະຊາຊົນ ຫວຽດນາມ. ນອກຈາກນັ້ນ, ລູກມາແຫ່ງນີ້ກໍຂໍຄວາມໂຊກດີຂອງທ່ານ, ກໍ່ແມ່ນການເລີ່ມຂຽນຕົວໜັງສືເພື່ອໃຫ້ການຮ່ຳຮຽນຂອງລູກມີໂຊກດີ”.







