
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຮ່ວມພິທີປະກາດນະຄອນ ເບ໊ນແຈ ເປັນຕົວເມືອງປະເພດ 2
ເຂົ້າຮ່ວມພິທີດັ່ງກ່າວມີທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ບັນດາການນຳຂັ້ນສູງພັກ, ລັດ ຫວຽດນາມ. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີ່ງຢຸງ ຊີ້ແຈ້ງວ່າ:
ກ່ອນອື່ນໝົດ, ຕ້ອງກວດກາຄືນໃໝ່ຢ່າງຮີບດ່ວນ, ອັບເດັດ, ເພີ່ມເຕີມ, ປັບປຸງ ຫຼື ສ້າງໃໝ່ບັນດາແຜນຜັງໃຫ້ທັນການ, ພິເສດແມ່ນແຜນຜັງການກໍ່ສ້າງ, ແຜນຜັງພັດທະນາຕົວເມືອງ, ແຜນຜັງການຜະລິດ, ແຜນຜັງບັນດາຂະແໜງເສດຖະກິດສຳຄັນທີ່ຕິດພັນກັບການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ຕາມເນື້ອໃນຈິດໃຈມະຕິເລກທີ 120 ຂອງລັດຖະບານວ່າດ້ວຍການພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດແບບຍືນຍົງ. ທາງແຂວງຄວນສຸມໃສ່ເປັນເຈົ້າການຈັດສັນເນື້ອທີດິນ ເພື່ອພັດທະນາເສດຖະກິດ - ສັງຄົມ, ພິເສດແມ່ນພັດທະນາພື້ນຖານໂຄງລ່າງ, ບັນດາໂຄງການກະສິກຳ, ອຸດສາຫະກຳ - ການບໍລິການ ແລະ ຕົວເມືອງ.
(ແຫຼ່ງຄັດຈາກ VOV)