• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີຕ້ອນຮັບທິມຊາດບານເຕະ U23 “ງົດງາມທີ່ສຸດ” ໃນສາຍຕາສື່ມວນຊົນສາກົນ

      ຮູບພາບທີ່ສວຍງາມ ດ້ວຍສີແດງຂອງຜືນທຸງຊາດທີ່ແກ່ຍາວຕະຫຼອດເສັ້ນທາງຍາວ 30 ກມ, ເສັ້ນທາງຕ້ອນຮັບທີ່ທິມຊາດບານເຕະ U23 ຫວຽດນາມຈາກສະໜາມບິນໂນ້ຍບ່າຍ, ຮ່າໂນ້ຍ ນັ້ນແມ່ນສິ່ງທີ່ໜັງສືພິມ Siam Sport ຂອງໄທ.

ບັນດານັກກິລາບານເຕະ ຫວຽດນາມ

      ວັນທີ 28 ມັງກອນ, ນະຄອນຫຼວງ ຮ່າໂນ້ຍ ໄດ້ເຫັນປະຈັກຕາຮູບພາບທີ່ “ບໍ່ເຄີຍມີໃນປະຫວັດສາດ” ເມື່ອແຟນບານນັບແສນໆຄົນໄດ້ອອກມາຖະໜົນເພື່ອຕ້ອນຮັບບັນດານັກກິລາບານເຕະ U23 ຫວຽດນາມ ກັບເມືອປະເທດ, ໃນຖານະບັນດາ “ນັກວິລະຊົນ”, “ບັນດານັກຮົບທີ່ອົງອາດກ້າຫານ” ພາຍຫຼັງການແຂ່ງຂັນທີ່ເຕັມໄປດ້ວຍຄວາມປະທັບໃຈ ແລະ ຕື້ນຕັນໃຈທີ່ສຸດ ທີ່ການແຂ່ງຂັນຮອບຊິງຊະນະເລີດ U23 ອາຊີ 2018. ສື່ມວນຊົນສາກົນໄດ້ ໃຫ້ຂ່າວໃນທັນທີກ່ຽວກັບການຕ້ອນຮັບອັນອົບອຸ່ນທີ່ບໍ່ເຄີຍມີມາກ່ອນນີ້ດ້ວຍບັນດາຄຳຍ້ອງຍໍກ່ຽວກັບນ້ຳໃຈສາມັກຄີທົ່ວປວງຊົນແບບພິເສດຂອງຊາວ ຫວຽດນາມ. ຮູບພາບທີ່ສວຍງາມ ດ້ວຍສີແດງຂອງຜືນທຸງຊາດທີ່ແກ່ຍາວຕະຫຼອດເສັ້ນທາງຍາວ 30 ກມ, ເສັ້ນທາງຕ້ອນຮັບທີ່ທິມຊາດບານເຕະ U23 ຫວຽດນາມຈາກສະໜາມບິນໂນ້ຍບ່າຍ, ຮ່າໂນ້ຍ ນັ້ນແມ່ນສິ່ງທີ່ໜັງສືພິມ Siam Sport ຂອງໄທ.

        ສ່ວນໜັງສືພິມ Fox Sport ອາຊີ ກໍ່ໄດ້ລົງຮູບພາບຂອງບັນດານັກກິລາໃນທິມຊາດບານເຕະ ຫວຽດນາມ ຕອນລົງຢູ່ສະໜາມບິນ ໂນ້ຍບ່າຍ ດ້ວຍການວິຈານວ່າ “ບັນດາວິລະຊົນໄດ້ກັບຄືນປະເທດ” ພ້ອມກັບລາຍຕາຕະລາງຕ້ອນຮັບຄະນະຢ່າງລະອຽດຂອງແຟນບານ ຫວຽດນາມ.

        ນອກຈາກນັ້ນ, ຍັງມີໜັງສືພິມ Yonhap ຂອງ ສ. ເກົາຫຼີ, Nikkei Asian Review ແລະ ສຳນັກຂ່າວສານໃຫຍ່ AFP ຂອງ ຝຣັ່ງ ກໍ່ໄດ້ລົງພິມຂ່າວ, ບົດກ່ຽວກັບການຕ້ອນຮັບທິມຊາດບານເຕະ U23 ຂອງແຟນບານ ຫວຽດນາມ.

(ແຫຼ່ງຄັດຈາກ VOV)


ນາ​ຍົກ​ລັດ​ຖະ​ມົນ​ຕີ​ເປັນ​ປະ​ທານກອງ​ປະ​ຊຸມ​ຄະ​ນະ​ຊີ້​ນຳ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ, ຫັນ​ເປັນ​ດີ​ຈີ​ຕອນ ແລະ ແຜນ​ຮ່າງ 06

ນາ​ຍົກ​ລັດ​ຖະ​ມົນ​ຕີ​ເປັນ​ປະ​ທານກອງ​ປະ​ຊຸມ​ຄະ​ນະ​ຊີ້​ນຳ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ, ຫັນ​ເປັນ​ດີ​ຈີ​ຕອນ ແລະ ແຜນ​ຮ່າງ 06

ຕອນບ່າຍວັນທີ 28 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳຂອງລັດຖະບານກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ ແລະ ແຜນຮ່າງ 06, ໄດ້ເປັນປະທານກອງປະຊຸມຄັ້ງທີ 2 ປີ 2026 ຂອງຄະນະຊີ້ນຳ. ວາລະປະຊຸມຖືກຈັດຂຶ້ນຕາມຮູບແບບເຊິ່ງໜ້າຢູ່ສຳນັກງານລັດຖະບານຢູ່ ຮ່າໂນ້ຍ, ສົມທົບກັບທາງໄກ ກັບຄະນະຊີ້ນຳຂອງບັນດາແຂວງ, ນະຄອນ.

Top