• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພາ​ຍຸວິ​ພາ ພັດ​ຖະຫຼົ່ມ​ເຂົ້າ​ເຂດ​ດິນ​ຕໍ່​ແຜ່ນ​ຂອງ ຫວຽດ​ນາມ ໃນ​ວັນ​ທີ 22 ກໍ​ລະ​ກົດ

ນັບແຕ່ຄ່ຳຄືນວັນທີ 21 ກໍລະກົດ ຮອດຕອນເຊົ້າວັນທີ 23 ກໍລະກົດ ຈະມີຝົນຕົກໜັກໃນວົງກວ້າງ, ເຊິ່ງແຮງທີ່ສຸດແມ່ນຢູ່ບັນດາແຂວງ: ຮຶງອຽນ, ນິງບິ່ງ, ຝູເທາະ, ແທັງຮວ໊າ, ເງະອານ.
ພະຍຸ ວິພາ ພັດຖະຫຼົ່ມເຂົ້າເຂດດິນຕໍ່ແຜ່ນຂອງ ຫວຽດນາມ ໃນວັນທີ 22 ກໍລະກົດ (ພາບ:ສູນພະຍາກອນອຸຕຸນິຍົມອຸທົກກະສາດແຫ່ງຊາດ ຫວຽດນາມ)

ວັນທີ 22 ກໍລະກົດ, ພຍຸ ວິພາ ໄດ້ພັດຖະຫຼົ່ມເຂົ້າເຂດດິນຕໍ່ແຜ່ນຂອງ ຫວຽດນາມ, ເຂດຖືກຜົນກະທົບຫນັກຫນ່ວງທີ່ສຸດແມ່ນນະຄອນ ຫາຍຟ່ອງ ແລະ ບັນດາແຂວງ ຮຶງອຽນ, ນິງບິ່ງ, ແທັງຮວ໊າ. ນີ້ແມ່ນພາຍຸແຮງທີ່ສຸດ, ໂດຍສົ່ງຜົນກະທົບໃນວົງກວ້າງ. ທ່ານ ມາຍວັນຄຽມ, ຜູ້ອຳນວຍການສູນພະຍາກອນອຸຕຸນິຍົມອຸທົກກະສາດແຫ່ງຊາດ ຫວຽດນາມ, ໃຫ້ຮູ້ວ່າ:

        “ເຂດໃຈກາງຂອງພຍຸລູກດັ່ງກ່າວ ແມ່ນເຄື່ອນທີ່ເຂົ້າທາງທິດໃຕ້ນະຄອນ ຫາຍຟ່ອງ ແລະ ທາງທິດເໜືອນະຄອນ ແທັງຮວ໊າ. ຖ້າໄລ່ຕາມລະດັບຄວາມໄວຂອງການເຄື່ອນທີ່ໃນປັດຈຸບັນແມ່ນ ປະມານ 10 ໂມງເຊົ້າຮອດ 15 ໂມງແລງຂອງວັນທີ 22 ກໍລະກົດ ຈະແມ່ນຈຸດເວລາທີ່ພາຍຸພັດເຂົ້າຢ່າງແຮງທີ່ສຸດ. ນີ້ກໍອາດຈະແມ່ນຈຸດເວລາທີ່ເຂດດິນຕໍ່ແຜ່ນຂອງບັນດາເຂດຈາກ ຫາຍຟ່ອງ ໄປເຖິງ ແທັງຮວ໊າ ມີລົມພັດແຮງ ແລະ ອັນຕະລາຍທີ່ສຸດ.”

         ກໍຕາມທ່ານ ມາຍວັນຄຽມ ແລ້ວ, ນັບແຕ່ຄ່ຳຄືນວັນທີ 21 ກໍລະກົດ ຮອດຕອນເຊົ້າວັນທີ 23 ກໍລະກົດ ຈະມີຝົນຕົກໜັກໃນວົງກວ້າງ, ເຊິ່ງແຮງທີ່ສຸດແມ່ນຢູ່ບັນດາແຂວງ: ຮຶງອຽນ, ນິງບິ່ງ, ຝູເທາະ, ແທັງຮວ໊າ, ເງະອານ. 

(ແຫຼ່ງຄັດຈາກ VOV)

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສິງ​ກະ​ໂປ​ ຢັ້ງ​ຢືນ ຄວາມ​ພ້ອມ​ຕ້ອນ​ຮັບ​ນາຍ​ທະ​ຫານ ຫວຽດ​ນາມ ໄປ​ບຳ​ລຸງ​ສຶກ​ສາ​ຢູ່ ສິງ​ກະ​ໂປ

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສິງ​ກະ​ໂປ​ ຢັ້ງ​ຢືນ ຄວາມ​ພ້ອມ​ຕ້ອນ​ຮັບ​ນາຍ​ທະ​ຫານ ຫວຽດ​ນາມ ໄປ​ບຳ​ລຸງ​ສຶກ​ສາ​ຢູ່ ສິງ​ກະ​ໂປ

ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງສອງກະຊວງປ້ອງກັນປະເທດ ເໝາະສົມກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ.

Top