• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພາຍຫຼັງ​ປຸກ​ລະ​ດົມ​ມາ​ໄດ້ 2 ວັນ, ໂຄງ​ການ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ ກູ​ບາ ໄດ້​ລື່ນ​ກາຍ​ເປົ້າ​ໝາຍ​ທີ່​ວາງ​ອອກ

ໄລ່ຮອດ 6 ໂມງ 30 ນາທີ ຂອງຕອນເຊົ້າວັນທີ 15 ສິງຫາ, ໂຄງການຂົນຂວາຍຊ່ວຍເຫຼືອປະຊາຊົນ ກູບາ “65 ປີແຫ່ງສາຍຈິດມິດໃຈ ຫວຽດນາມ - ກູບາ” ບັນລຸໄດ້ກວ່າ 114 ຕື້ດົ່ງ (ປະມານ 4,34 ລ້ານ USD).
ຈຳນວນເງິນຊ່ວຍເຫຼືອທີ່ລະດົມໄດ້ໃນ 2 ວັນ(ພາບ: ຄະນະຈັດຕັ້ງ)

ຕົວເລກດັ່ງກ່າວໄດ້ລື່ນກາຍເປົ້າໝາຍໜ້ອຍສຸດທີ່ໄດ້ວາງອອກ ນັ້ນແມ່ນ 65 ຕື້ ດົ່ງ (ປະມານ 2,47 ລ້ານ USD) ພາຍໃນ 65 ວັນ (ແຕ່ວັນທີ 13 ສິງຫາ ຫາວັນທີ 16 ຕຸລາ 2025).

ດ້ວຍໝາກຜົນນີ້, ຕອນຄ່ຳວັນທີ 14 ສິງຫາ, ຜູ້ຕາງໜ້າສູນກາງສະພາກາແດງ ຫວຽດນາມ, ຫົວໜ້າຮັບຜິດຊອບໂຄງການຂົນຂວາຍ ໄດ້ມີຈົດໝາຍຂອບໃຈກ່ຽວກັບການຮັບເງິນຊ່ວຍເຫຼືອຝາກເຖິງປະຊາຊົນ ກູບາ. ໃນຈົດໝາຍ, ສູນກາງສະພາກາແດງ ຢັ້ງຢືນວ່າ ເລື່ອງ ໂຄງການດັ່ງກ່າວໄດ້ຮັບການຕອບສະໜອງຢ່າງສຸດອົກສຸດໃຈຈາກພໍ່ແມ່ປະຊາຊົນ ຫວຽດນາມ ນັບລ້ານຄົນນັ້ນ ເປັນພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ນ້ຳໃຈສາມັກຄີມິດຕະພາບແບບພິເສດຂອງປະຊາຊົນ ຫວຽດນາມ ທີ່ມີຕໍ່ປະຊາຊົນ ກູບາ ອ້າຍນ້ອງ; ພ້ອມດຽວກັນນັ້ນແມ່ນແຫຼ່ງກຳລັງອັນລ້ຳຄ່າ ປະກອບສ່ວນຊ່ວຍໃຫ້ ກູບາ ຜ່ານຜ່າຄວາມຫຍຸ້ງຍາກ, ມີການດຳລົງຊີວິດທີ່ເປັນປົກກະຕິ ແລະ ສືບຕໍ່ພັດທະນາ. ບັນດາການກະທຳອັນສູງສົ່ງ ແລະ ຈົບງາມນັ້ນ ບໍ່ພຽງແຕ່ນຳມາເຊິ່ງຄຸນຄ່າດ້ານວັດຖຸເທົ່ານັ້ນ ຫາກຍັງແຜ່ກະຈາຍຄຸນຄ່າດ້ານຈິດໃຈ, ປະກອບສ່ວນຮັກສາ ແລະ ເພີ່ມພູນຄູນສ້າງສັນຍາລັກອະມະຕະຂອງນ້ຳໃຈສາມັກຄີ ຫວຽດນາມ - ກູບາ ໃນທຸກສະຖານະການ.

ໂຄງການຂົນຂວາຍການຊ່ວຍເຫຼືອປະຊາຊົນ ກູບາ ຈະສືບຕໍ່ໄດ້ຮັບການຜັນຂະຫຍາຍຮອດວັນທີ 16 ຕຸລາ 2025 ຈຶ່ງອັດລົງ.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ທີ່​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ດຽວ​ກັນ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ໃນ ຫຸ​້ນ​ສ່ວນ​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ່າ​ອີກ, ສຸມ​ໃສ່​ຫັນ​ເປັນ​ລະ​ອຽດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ມີ​ປ​ະ​ສິດ​ທິ​ຜົນ​ກວ່າ

Top