“ພັດທະນາເສດຖະກິດມໍລະດົກ - ບົດຮຽນປະສົບການຂອງ ຫວຽດນາມ ແລະ ລາວ”. ນີ້ແມ່ນຫົວຂໍ້ກອງປະຊຸມສຳມະນາໂດຍສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ສະຖາບັນບັນດິດວິທະຍາສາດສັງຄົມ ຫວຽດນາມ, ສະຖາບັນການເມືອງການປົກຄອງແຫ່ງຊາດ ລາວ ແລະ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ລາວ ສົມທົບກັນຈັດຂຶ້ນໃນຕອນເຊົ້າວັນທີ 29 ກໍລະກົດ ຢູ່ແຂວງ ນິງບິ່ງ.
ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນຊວັນທັງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງພັກຄອມມູນິດ ຫວຽດນາມ ໄດ້ເນັ້ນໜັກວ່າ ເລື່ອງສ້າງບັນດາກຳນົດທິດນະໂຍບາຍແຫ່ງຊາດກ່ຽວກັບການພັດທະນາເສດຖະກິດມໍລະດົກ, ຊຸກຍູ້ການຮ່ວມມືລະຫວ່າງເຂດ, ລະຫວ່າງຊາດ, ພິເສດລະຫວ່າງ ຫວຽດນາມ ແລະ ລາວ, ພ້ອມກັບການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ສ້າງລະບົບນິເວດໜູນຊ່ວຍນັ້ນ ຈະແມ່ນບັນດາເສົາຄ້ຳທີ່ສຳຄັນເພື່ອໃຫ້ເສດຖະກິດມໍລະດົກກາຍເປັນກຳລັງໜູນພັດທະນາແບບຍືນຍົງຢ່າງແທ້ຈິງ, ທັງອະນຸລັກຮັກສາໄດ້ສີສັນວັດທະນະທຳ, ທັງສ້າງມູນຄ່າເພີ່ມໃຫ້ແກ່ວົງຄະນະຍາດ ແລະ ປະເທດຊາດ.
ກອງປະຊຸມສຳມະນາໄດ້ຮັບບົດປະກອບຄຳເຫັນເກືອບ 40 ບົດກ່ຽວກັບການພັດທະນາເສດຖະກິດມໍລະດົກແບບຍືນຍົງ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດຈາກບັນດາຄຸນຄ່າທີ່ເປັນມູນເຊື້ອ, ຮັບໃຊ້ໃຫ້ແກ່ບັນດາເປົ້າໝາຍພັດທະນາລວມຂອງສອງຊາດ.