• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັດທະນາເສດຖະກິດທາງທະເລເພື່ອພັດທະນາເສດຖະກິດຂອງປະເທດຊາດ

ພັດທະນາເສດຖະກິດທາງທະເລ ແລະ ພື້ນທີ່ທະເລແຫ່ງຊາດ ແມ່ນຫນຶ່ງໃນບັນດາຫນ້າທີ່ຕົ້ນຕໍ ໂດຍທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຍົກອອກມາໃນບົດລາຍງານຕໍ່ສະພາແຫ່ງຊາດ ເມື່ອວັນໄຂກອງປະຊຸມສະໄຫມສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຫວຽດນາມຊຸດທີ XV ໃນວັນທີ 21 ຕຸລາ. ໃນສະພາບການຊື່ງສະຕະວັດທີ XXI ໄດ້ຮັບຖືວ່າແມ່ນສະຕະວັດຂອງທະເລຫລວງ (ມະຫາສະມຸດ), ເລື່ອງບືນຕົວອອກສູ່ທະເລ” ໄດ້ກາຍເປັນທ່າອ່ຽງໃຫຍ່, ໄດ້ຮັບການກຳນົດທິດສຳຄັນໃຫ້ແກ່ທັງໝົດປະເທດທີ່ມີທະເລ, ໃນນັ້ນ ມີ ຫວຽດນາມ.  
ເຂດເສດຖະກິດ ເວີນຟອງ. ພາບ: VOV
ປະຈຸບັນ ມີປະມານ 19 ລ້ານຄົນ, ແມ່ນກວມກວ່າ 50% ຈຳນວນພົນລະເມືອງທີ່ດຳລົງຊີວິດຢູ່ 28 ແຂວງ, ນະຄອນ ແຄມທະເລ ແລະ ປະມານ 50% ບັນດາຕົວເມືອງໃຫຍ່ຂອງ ຫວຽດນາມ ໂດຍສຸມໃສ່ຢູ່ເຂດແຄມທະເລ ແລະ ຢູ່ເກາະ.

ການຫັນປ່ຽນຈາກທ້ອງຖິ່ນ

ແຂວງ ແຄງຮ່ວາ ແມ່ນແຂວງຫນຶ່ງຢູ່ເຂດແຄມທະເລ ຕອນໃຕ້ພາກກາງ, ວາງຄາດໝາຍຮອດປີ 2030 ໃຫ້ກາຍເປັນສູນກາງການບໍລິການ, ການທ່ອງທ່ຽວທະເລສາກົນ; ໃນສັງກາດບືນຕົວຂຶ້ນຂອງຊາດ, ຮອດປີ 2050, ແຂວງ ແຄງຮ່ວາ ຈະແມ່ນສູນກາງເສດຖະກິດທະເລໃຫຍ່, ແມ່ນຕົວເມືອງອັດສະລິຍະ,ເປັນມິດກັບສິ່ງແວດລ້ອມ, ເທົ່າທຽມກັບພາກພື້ນ ອາຊີ.  ທ່ານ ຫງວຽນເຕີນຕວນ, ປະທານ ຄະນະກຳມະການປະຊາຊົນ ແຂວງແຄງຮ່ວາ ໃຫ້ຮູ້ວ່າ:

“ແຂວງ ພວມກໍ່ສ້າງບັນດາແຜນກຳນົດ, ມຸ່ງໄປເຖິງຕົວເມືອງທະເລທີ່ມີຂອບຂະຫນາດເທົ່າທຽມກັບພາກພື້ນ. ດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ອະທິປະໄຕທະເລ ໝູ່ເກາະຕ້ອງໄດ້ຮັບການຮັກສາຢ່າງໝັ້ນຄົງ. ແຄງຮ່ວາ ແມ່ນເມືອງເກາະ ເຈື່ອງຊາ, ແມ່ນບໍລິເວນຍຸດທະສາດ. ແຂວງ ໄດ້ກໍ່ສ້າງເມືອງເກາະ ເຈື່ອງຊາ ທັງແມ່ນເພື່ອປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະ, ທັງຕິດພັນກັບການພັດທະນາເສດຖະກິດທາງທະເລ”         

ຢູ່ທາງພາກໃຕ້, ໃນໄລຍະເກືອບ 4 ປີຜ່ານມາ, ແຂວງ ເບນແຈ ຊື່ງແມ່ນທ້ອງຖິ່ນມີເສັ້ນທາງແຄມທະເລເກືອບ 65 ກິໂລແມັດ, ໄດ້ ແລະພວມປະຕິບັດບັນດາໂຄງການ, ການກະທຳເພື່ອຂະຫຍາຍທາງທິດຕາເວັນອອກ. ແຂວງມີແຜນນະໂຍບາຍລົງທຶນ ແລະສຸມໃສ່ຜັນຂະຫຍາຍ 19 ໂຄງການໄຟຟ້າໃຊ້ແຮງລົມ ດ້ວຍຍອດກຳລັງການຜະລິດກວ່າ 1.000 MW; 09 ໂຄງການແມ່ນສຳເລັດວຽກງານຕິດຕັ້ງເປັນສ່ວນໃຫຍ່ແລ້ວ ດ້ວຍຍອດກຳລັງການຕິດຕັ້ງແມ່ນ 365,9 MW. ຄະນະກຳມະການປະຊາຊົນ ແຂວງ ກໍ່ໄດ້ຍື່ນສະເຫນີທ່ານນາຍົກລັດຖະມົນຕີ ກ່ຽວກັບແຜນນະໂຍບາຍການປະຕິບັດໂຄງການ “ເຂດສັງລວມ hydro ສີຂຽວເບນແຈ” ເປັນໂຄງການທົດລອງໃຫ້ແກ່ຂະແຫນງອຸດສາຫະກຳຜະລິດ hydro ຢູ່ ຫວຽດນາມ. ທ່ານເຈີນງອກຕາມ, ປະທານ ຄະນະກຳມະການປະຊາຊົນແຂວງ ເບນແຈ ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າ ໄດ້ຍົກອອກການກຳນົດທິດພັດທະນາຢູ່ທາງທິດຕາເວັນອອກ, ໃນນັ້ນມີໂຄງການຂະຫຍາຍອອກໄປທາງທະເລເຖິງ 50.000 ເຮັກຕາ. ນີ້ແມ່ນການສະແດງໃຫ້ເຫັນຄວາມຄາດຫວັງຢາກເຮັດແນວໃດເພື່ອໃຫ້ແຂວງ ເບນແຈ ພັດທະນາຢ່າງກະໂດດຂັ້ນໃນໄລຍະຈະມາເຖິງ. ຂ້າພະເຈົ້າປາດຖະຫນາຢາກໃຫ້ບັນດານັກລົງທຶນຄົ້ນຄ້ວາລົງທຶນເຂົ້າແຂວງ ເບນແຈ (ເວົ້າລວມ) ຊື່ງພິເສດແມ່ນເຂດຂະຫຍາຍອອກໄປທາງທະເລ.”

ບັນດາການກຳນົດທິດສຳຄັນ

ປະຈຸບັນ ຫວຽດນາມ ມີ 19 ເຂດເສດຖະກິດແຄມທະເລ ນອນໃນການວາງແຜນກຳນົດຊື່ງໄດ້ຮັບການເຊັນອະນຸມັດ ( ມີ 18 ເຂດໄດ້ຮັບການສ້າງຕັ້ງແລ້ວ), ອັນໄດ້ດຶງດູດກວ່າ 550 ໂຄງການຕ່າງປະເທດ ດ້ວຍຍອດຈຳນວນເງິນລົງທຶນຈົດທະບຽນແມ່ນ 54,36 ຕື້ USD; ມີກວ່າ 1.600 ໂຄງການຢູ່ພາຍໃນປະເທດ ດ້ວຍຍອດຈຳນວນເງິນລົງທຶນຈົດທະບຽນແມ່ນ  58,32 ຕື້ USD. ປີ 2022, ຍອດຜະລິດຕະພັນຢູ່ບໍລິເວນຂອງ 28 ແຂວງແຄມທະເລ ກວມເອົາ 49,8% GDP ທົ່ວປະເທດ.

ຕາມທ່ານ ຫງວຽນຈິຢູງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມແລ້ວ, ລັດ ໄດ້ລົງທຶນເປັນຈຳນວນຫລາຍໃຫ້ແກ່ເຂດທະເລ ແລະກ່ຽວຂ້ອງເຖິງໂຄງການທາງທະເລ,  ສ້າງແລວເສດຖະກິດທາງທະເລ. ເພື່ອພັດທະນາເສດຖະກິດທາງທະເລແບບຍືນຍົງ ແລະພື້ນຖານທະເລແຫ່ງຊາດ, ທ່ານລັດຖະມົນຕີ ຫງວຽນຈິຢູງ ໃຫ້ຮູ້ວ່າ:

“ໄລຍະຈະມາເຖິງ, ບັນດາກະຊວງ, ຂະແຫນງການໄດ້ສຳຫລວດກວດຄືນບັນດາການວາງແຜນຜັງ ຕ້ອງນຳໃຊ້ທັງດ້ານເສດຖະກິດກັບການປ້ອງກັນຊາດ, ຄວນສຸມໃສ່ໃຫ້ບຸລິມະສິດບາງໂຄງການ, ແຕ່ຕ້ອງເປັນຈຸດສຸມ. ສຳລັບບາງຂະແຫນງການ, ສຸມໃສ່ເຂົ້າໃນບາງຂົງເຂດຕ້ອງໃຫ້ບຸລິມະສິດ ສ້າງກຳລັງຫນູນໃຫມ່ຄື: ພະລັງງານທົດແທນ, ການເດີນທະເລ, logistic..)

ທ່ານ ຫງວຽນຈິຢູງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ. (ພາບ:vov)
ເຂດເສດຖະກິດ ເວີນຟອງ. ພາບ: VOV

ມະຕິ ກອງປະຊຸມຄັ້ງທີ 8 ຄະນະບໍລິຫານງານສູນກາງຊຸດທີ XII ກ່ຽວກັບຍຸດທະສາດພັດທະນາເສດຖະກິດທາງທະເລ ຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2045 ໄດ້ກຳນົດ: “ຫວຽດນາມ ຕ້ອງເປັນປະເທດເຂັ້ມແຂງທາງທະເລ, ຮັ່ງມີຈາກທະເລ, ພັດທະນາແບບຍືນຍົງ, ຈະເລີນຮຸ່ງເຮືອງວັດທະນາຖາວອນ, ມີຄວາມໝັ້ນຄົງ ແລະ ປອດໄພ; ພັດທະນາແບບຍືນຍົງດ້ານເສດຖະກິດທາງທະເລຕິດພັນກັບການຮັບປະກັນດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບ,ຮັກສາເອກະລາດ, ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນ”

ປະຈຸບັນ, ຫວຽດນາມພວມຢືນຢູ່ຕໍ່ຫນ້າກາລະໂອກາດ, ຈຸດເວລາສຳຄັນ ເພື່ອພັດທະນາກະໂດດຂັ້ນໃນການປະຕິບັດຄາດໝາຍແຜນການປີ 2024, ປີ 2025 ແລະ ທັງໄລຍະ 2021 – 2025. ເລື່ອງບືນຕົວຂຶ້ນອອກສູ່ທະເລ, ພັດທະນາເສດຖະກິດທາງທະເລແບບຍືນຍົງ ຈະແມ່ນສ່ວນຫນຶ່ງທີ່ສຳຄັນເພື່ອໃຫ້ ຫວຽດນາມ ຫັນບັນດາຄາດໝາຍພັດທະນາໃຫ້ປະກົດຜົນເປັນຈິງ.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ທີ່​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ດຽວ​ກັນ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ໃນ ຫຸ​້ນ​ສ່ວນ​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ່າ​ອີກ, ສຸມ​ໃສ່​ຫັນ​ເປັນ​ລະ​ອຽດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ມີ​ປ​ະ​ສິດ​ທິ​ຜົນ​ກວ່າ

Top