• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັກປະຊາຊົນປະຕິວັດ ລາວ ມີຄວາມເອກອ້າງທະນົງໃຈຕໍ່ບັນດາຜົນງານຂອງພັກກອມມູນິດ ຫວຽດນາມ

      ວັນທີ 03 ກຸມພາ, ທີ່ນະຄອນຫລວງ ວຽງຈັນ, ປະເທດ ລາວ, ຄະນະຜູ້ແທນຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ນຳໂດຍທ່ານນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະໄດ້ມາສະຖານທູດ ຫວຽດນາມ ປະຈຳ ລາວ ເພື່ອອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (03/02/1930 – 03/02/2020). 

ພັກປະຊາຊົນປະຕິວັດ ລາວ ມີຄວາມເອກອ້າງທະນົງໃຈຕໍ່ບັນດາຜົນງານຂອງພັກກອມມູນິດ ຫວຽດນາມ  (ພາບ: ຫວຽດນາມ +)
      ທ່ານນາງ ສູນທອນ ໄຊຍະຈັກ ໄດ້ຢັ້ງຢືນວ່າ: ພັກ, ລັດ ລາວ ມີຄວາມປິຕິຊົມຊື່ນ, ເອກອ້າງທະນົງໃຈ ແລະ ຕີລາຄາສູງບັນດາຜົນງານອັນໃຫຍ່ຫລວງ ເຊິ່ງພັກ ແລະ ປະຊາຊົນ ຫວຽດນາມ ບັນລຸໄດ້ໃນຕະຫລອດ 90 ປີຜ່ານມາ; ຖືນີ້ ແມ່ນແຫຼ່ງກຳລັງໜູນອັນໃຫຍ່ຫລວງ ແລະ ແຂງແຮງໃຫ້ແກ່ພັກປະຊາຊົນປະຕິວັດລາວ ໃນກິດຈະການຕໍ່ສູ້ຍາດເອົາເອກະລາດເມື່ອກ່ອນນີ້, ກໍ່ຄືໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດໃນວັນນີ້.
        ແລະກໍ່ໃນວັນດຽວກັນ, ອົງການຈັດຕັ້ງ, ໝູ່ຄະນະ, ອົງການການເມືອງຫລາຍແຫ່ງຂອງລາວກໍ່ໄດ້ມາສະຖານທູດ ຫວຽດນາມ ປະຈຳລາວ ທີ່ນະຄອນຫລວງ ວຽງຈັນ ຊົມເຊີຍບັນດາຜົນງານເຊິ່ງພັກກອມມູນິດ ຫວຽດນາມ ບັນລຸໄດ້ໃນຕະຫລອດ 90 ປີຜ່ານມາເຊັ່ນດຽວກັນ.

ຫວຽດນາມ ປະຈຳ ກຳປູເຈຍ ກໍ່ຈັດຕັ້ງພິທີສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ
      ແລະໃນວັນທີ 03 ກຸມພາ, ສະຖານທູດ ຫວຽດນາມ ປະຈຳ ກຳປູເຈຍ ກໍ່ຈັດຕັ້ງພິທີສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ. ເຂົ້າຮ່ວມພິທີ, ມີທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ ຫວູກວາງມິງ, ບັນດາສະມາຊິກພັກພວມດຳເນີນຊີວິດຢູ່ບັນດາໜ່ວຍພັກຂຶ້ນກັບອົງຄະນະພັກສະຖານທູດ ຫວຽດນາມ ປະຈຳ ກຳປູເຈຍ, ພ້ອມດ້ວຍພະນັກງານສະຖານທູດ, ອົງການຈັດຕັ້ງອ້ອມຂ້າງສະຖານທູດ ແລະ ບັນດານັກສຶກສາ ຫວຽດນາມ ພວມຮ່ຳຮຽນຢູ່ ກຳປູເຈຍ ເປັນຈຳນວນຫລວງຫລາຍ.
 (ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top