ວັນທີ 14 ມິຖຸນາ, ທ່ານ Emmanuel Macron ປະທານາທິບໍດີ ຝລັ່ງ ແລະ ທ່ານ Narendra Modi ນາຍົກລັດຖະມົນຕີ ອິນເດຍ ໄດ້ຢັ້ງຢືນຄືນຄວາມຕັດສິນໃຈເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດໃນບັນດາຂົງເຂດເຕັກໂນໂລຢີສູງ, ພິເສດແມ່ນປັນຍາປະດິດ (AI) ແລະ ເຕັກໂນໂລຢີອາວະກາດ, ໃນສະພາບການທັງສອງປະເທດພວມຊອກຫາວິທີການເປີດກວ້າງການຮ່ວມມືດ້ານເສດຖະກິດ ແລະ ນະວັດຕະກຳ.
ກ່າວຄຳເຫັນທີ່ພິທີໄຂງານວາງສະແດງ Bharat Innovates ຢູ່ ນະຄອນ Nice, ຝລັ່ງ, ທ່ານປະທານາທິບໍດີ Emmanuel Macron ເນັ້ນໜັກເຖິງບົດບາດທີ່ນັບມື້ນັບສຳຄັນຂອງອິນເດຍໃນຂົງເຂດນະວັດຕະກຳ. ທ່ານຖືວ່າ ອິນເດຍແມ່ນປະເທດໃຫຍ່ກ່ຽວກັບນະວັດຕະກຳ, ພວມສ້າງບັນດາຮູບແບບເຕັກໂນໂລຢີບຸກທະລຸ ແລະ ນັບມື້ນັບກາຍເປັນຄູ່ຮ່ວມມືທີ່ບໍ່ອາດພາດໂອກາດໄດ້. ທ່ານຮຽກຮ້ອງໃຫ້ບັນດາວິສາຫະກິດ ແລະ ນັກລົງທຶນເອີລົບ ຖືອິນເດຍຄືສູນເຕັກໂນໂລຢີພວມປະກົດຂຶ້ນ, ມີຄວາມສາມາດພັດທະນາບັນດາເຕັກໂນໂລຢີບຸກທະລຸ ແລະ ບັນດາຮູບແບບປ່ຽນແປງໃໝ່ທີ່ມີລັກສະນະນຳພາ.






