• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

“ຝົນແດງ” ຈາກຄວາມຊົງຈຳແຫ່ງສົງຄາມຕະຫຼອດຮອດຄວາມເອກອ້າງທະນົງໃຈຂອງຊາດ

ນັບຕັ້ງແຕ່ນຳມາສາຍຢູ່ຕາມໂຮງຮູບເງົາມາເປັນເວລາບໍ່ຮອດໜຶ່ງເດືອນ, ຮູບເງົາເລື່ອງ “ຝົນແດງ” ໂດຍຂະແໜງຮູບເງົາກອງທັບປະຊາຊົນຜະລິດ ພວມກາຍເປັນປາກົດການທີ່ພົ້ນເດັ່ນຢູ່ຕາມໂຮງຮູບເງົາຢູ່ ຫວຽດນາມ. ຮູບເງົາເລື່ອງນີ້ ບໍ່ພຽງແຕ່ວາດພາບເຖິງປະຫວັດສາດຢ່າງແທ້ຈິງເທົ່ານັ້ນ ຫາກຍັງເວົ້າເຖິງບັນດາຄຸນຄ່າທາງດ້ານວັດທະນະທຳມະນຸດຢ່າງເລິກເຊິ່ງ ເຮັດໃຫ້ຜູ້ຊົມຫຼາຍລຸ້ນຄົນມີຄວາມສະເທືອນໃຈ.

 “ຝົນແດງ” ແມ່ນເລື່ອງລາວຖືກເລົ່າດ້ວຍວິທີໃໝ່ອ່ຽມທີ່ສຸດ. ນີ້ແມ່ນຮູບເງົາອີງຕາມບົດນະວະນິຍາຍທີ່ມີຊື່ດຽວກັນຂອງນັກປະພັນ ຈູລາຍ. ຮູບເງົາໄດ້ເວົ້າເຖິງການຕໍ່ສູ້ຢ່າງດຸເດືອດເປັນເວລາ 81 ວັນ ແລະ ຄືນ ຢູ່ກຳແພງເກົ່າ ກວ໋າງຈິ ເມື່ອປີ 1972 ແຫ່ງທີ່ມີຊາວໜຸ່ມນັກສຶກສານັບພັນຄົນໄດ້ອຸທິດສ່ວນຕະຫຼອດຊີວິດໄວໜຸ່ມ ແລະ ເລືອດເນື້ອຂອງຕົນເພື່ອປົກປັກຮັກສາປະເທດຊາດ. 81 ວັນ ແລະ ຄືນນັ້ນ ໄດ້ເຂົ້າສູ່ປະຫວັດສາດຢ່າງສະຫງ່າລາສີຂອງຊາດ ແມ່ນພະຍານຫຼັກຖານໃຫ້ແກ່ຄວາມຄາດຫວັງເອກະລາດ ເສລີພາບ ແລະ ທ້ອນໂຮມປະເທດຊາດເປັນກະພາບຂອງຊາດ ຫວຽດນາມ ໃນການຕໍ່ຕ້ານ ຕ້ານຈັກກະພັດອາເມລິກາກູ້ຊາດ. ສິລະປິນດີເດັ່ນ ດັ້ງຖາຍຮວ່ຽນ ຮອງຫົວໜ້າຂະແໜງຮູບເງົາກອງທັບປະຊາຊົນຜູ້ກຳກັບການສະແດງຮູບເງົາ “ຝົນແດງ” ແບ່ງປັນວ່າ:

 “ນັກປະພັນ ຈູລາຍ ໄດ້ມີບົດລະຄອນຮູບເງົາຝົນແດງເປັນໜ້າປະທັບໃຈທີ່ສຸດ. ບົດລະຄອນຂອງທ່ານໄດ້ເວົ້າເຖິງການສູ້ຮົບອັນດຸເດືອດເປັນໜ້າສົມເພດເວດທະນາ ພ້ອມກັນນັ້ນລະຫວ່າງເລື່ອງລາວກ່ຽວກັບບົດລະຄອນດ້ວຍໜັງສື ແລະ ເມື່ອເຮັດຕົວຈິງ, ທິມງານເຮັດຮູບເງົາກໍ່ຕ້ອງແກ້ໄຂຫຼາຍບັນຫາ ແຕ່ເຖິງຢ່າງໃດກໍ່ຕາມ ພວກຂ້າພະເຈົ້າຍາມໃດກໍ່ເຕືອນວ່າ ເຮັດຫຍັງກໍ່ຕ້ອງຮັກສາຈິດໃຈອັນແກ່ນສານຂອງບົດລະຄອນ”.

ໃນຮູບເງົາ “ຝົນແດງ” ຜູ້ກຳກັບການສະແດງ ດັ້ງຖາຍຮວ່ຽນ ຜູ້ແຕ່ງບົດລະຄອນໂດຍອີງບົນພື້ນຖານຂອງຫຼາຍເລື່ອງລາວທີ່ມີຈິງ ແລະ ປະສານສົມທົບລະຫວ່າງຂໍ້ມູນປະຫວັດສາດ ແລະ ຄວາມໃນໃຈສ່ວນຕົວ. ຮູບເງົາມີຫົວເລື່ອງກ່ຽວກັບສົງຄາມ ບໍ່ພຽງແຕ່ມີຄວາມດຸເດືອດໃນການສູ້ຮົບເທົ່ານັ້ນ ແຕ່ຍັງແມ່ນນ້ຳໃຈຂອງສະຫາຍ ຂອງເພື່ອນຮ່ວມກົມກອງ ແມ່ນຄວາມກ້າຫານຂອງບັນດາພົນທະຫານໜຸ່ມ. ມີຜູ້ຊົມບາງຄົນເວົ້າຄວາມໃນໃຈສູ່ຟັງວ່າ:

 “ນ້ອງກໍ່ຫາກໍ່ໄດ້ຮັບຊົມຮູບເງົາເລື່ອງນີ້ ແລະ ນ້ອງກໍ່ຢາກຊົມຄືນອີກເຄິ່ງໜຶ່ງ. ເນື້ອໃນຂອງຮູບເງົາກໍ່ເຮັດໃຫ້ນ້ອງມີຄວາມສະເທືອນໃຈທີ່ສຸດ ນັ້ນແມ່ນຕົວລະຄອນ ຕູ໊ ເຊິ່ງແມ່ນຜູ້ທີ່ໜຸ່ມແໜ້ນກວ່າໝູ່ໃນໜູ່ທະຫານ.”

 “ຮູບເງົາໄດ້ເຮັດໃຫ້ຂ້າພະເຈົ້າມີຄວາມສະດຸ້ງໃຈ ແລະ ພາໃຫ້ຂ້າພະເຈົ້າຮູ້ສຶກຄືພວມດຳລົງຊີວິດໃນໄລຍະສົງຄາມອັນດຸເດືອດ. ຂ້າພະເຈົ້າເຫັນໄດ້ເຖິງຄວາມເຈັບປວດ ຄວາມກ້າຫານຂອງບັນດານັກຮົບໜຸ່ມໃນຄາວນັ້ນ”.

“ຝົນແດງ” ຈາກຄວາມຊົງຈຳແຫ່ງສົງຄາມຕະຫຼອດຮອດຄວາມເອກອ້າງທະນົງໃຈຂອງຊາດ

ຮູບເງົາ “ຝົນແດງ” ກໍ່ປຽບເໝືອນຂົວເຊື່ອມຕໍ່ ນຳບັນດາຜູ້ໄດ້ຜ່ານການສູ້ຮົບກັບຄືນສູ່ຄວາມຊົງຈຳ. ສຳລັບຜູ້ຊົມອາຍຸສູງຫຼາຍຄົນ, ຮູບເງົາເລື່ອງນີ້ກໍ່ໄດ້ຫວນຄືນສ່ວນໜຶ່ງໃນຄາວເປັນໄວໜຸ່ມຂອງເຂົາເຈົ້າໄດ້ຜ່ານພົ້ນໄປ. ພັນເອກ ນັກວິລະຊົນກຳລັງປະກອບອາວຸດ ຫານຢຸຍລັອງ ຜູ້ໄດ້ເຂົ້າຮ່ວມການສູ້ຮົບ 81 ວັນ ແລະ ຄືນ ຢູ່ກຳແພງເກົ່າ ກວ໋າງຈິ ແບ່ງປັນວ່າ

“ບັນດາຄວາມຊົງຈຳໄດ້ກັບຄືນມາ ແລະ ຂ້າພະເຈົ້າຮູ້ສຶກຄືເພື່ອນຮ່ວມກົມກອງຂອງຂ້າພະເຈົ້າ ສາມາດກັບຄືນມາເຕົ້າໂຮມກັນ ເພື່ອເຫັນປະຈັກຕາບັນດາຈຸດເວລາທີ່ທຸກໆຄົນລ້ວນແຕ່ໄດ້ເຫັນເຖິງຄວາມກ້າຫານກ້າແກ່ນຂອງບັນດາສະຫາຍເພື່ອນຮ່ວມກົມກອງຂອງພວກຂ້າພະເຈົ້າ”.

ສຳລັບນັກຮົບເກົ່າ ຫງວຽນຊວັນແທັງ, ຮູບເງົາຝົນແດງ ກໍ່ໄດ້ພາທ່ານກັບຄືນສູ່ຊຸມວັນເດືອນປີ ຢູ່ໃນຖັນແຖວກອງທັບເມື່ອກ່ອນນີ້. ນັກຮົບເກົ່າ ຫງວຽນຊວັນແທັງ ເວົ້າວ່າ:

“ປະຫວັດສາດຂອງປະເທດຊາດກໍ່ສະຫງ່າອົງອາດທີ່ສຸດ ແລະ ໄດ້ສ້າງອະນຸສອນຫຼາຍຢ່າງ. ຜ່ານຮູບເງົາຝົນແດງ ຂ້າພະເຈົ້າເຫັນວ່າ ຮູບເງົາເລື່ອງນີ້ກໍ່ຖ່າຍທຳຢ່າງລະອຽດເປັນຕົ້ນແມ່ນຮູບພາບການສູ້ຮົບ. ຂ້າພະເຈົ້າກໍ່ແມ່ນທະຫານຄົນໜຶ່ງດັ່ງນັ້ນກໍ່ມີຄວາມເຂົ້າໃຈກ່ຽວກັບສະໜາມຮົບຄືແນວໃດ”

ອາດຈະເວົ້າໄດ້ວ່າ ຮູບເງົາຝົນແດງໄດ້ນຳປະຫວັດສາດຍັບເຂົ້າໃກ້ກັບຜູ້ຊົມຍຸກປັດຈຸບັນ ຂະນະທີ່ໄດ້ເລົ່າຄືນກ່ຽວກັບປະຫວັດສາດ ດ້ວຍພາສາຮູບເງົາອັນແທ້ຈິງ ແລະ ວັດທະນະທຳມະນຸດ. ຮູບເງົາຝົນແດງໄດ້ຕັກເຕືອນລຸ້ນຄົນປັດຈຸບັນບໍ່ຄວນມີວັນຫຼົງລືມຄວາມເສຍສະຫຼະອັນໃຫຍ່ຫຼວງຂອງປູ່ຍ່າຕາຍາຍ ເພື່ອໃຫ້ພວກເຮົາມີສັນຕິພາບໃນວັນນີ້.

(ແຫຼ່ງຄັດຈາກ VOV)

ລັດ​ເຊຍ​ປະ​ກາດ​ບຸກ​ໂຈມ​ຕີ​ບັນ​ດາ​ພື້ນ​ຖານ​ໂຄງ​ລ່າງ ແລະ ການ​ປ້ອງ​ກັນ​ຊາດ ຂອງ ຢູ​ແກຼນ

ລັດ​ເຊຍ​ປະ​ກາດ​ບຸກ​ໂຈມ​ຕີ​ບັນ​ດາ​ພື້ນ​ຖານ​ໂຄງ​ລ່າງ ແລະ ການ​ປ້ອງ​ກັນ​ຊາດ ຂອງ ຢູ​ແກຼນ

ຖະແຫຼງການນີ້ໄດ້ຍົກອອກມາພາຍຫຼັງ 2 – 3 ຊົ່ວໂມງເມື່ອມີຂ່າວ ຢູແກຼນຕ້ອງຮັບການຖືກບຸກໂຈມຕີທີ່ມີຂອບຂະໜາດໃຫຍ່ທີ່ສຸດນັບແຕ່ເວລາເກີດການທະປະກັນກັບ ລັດເຊຍ ກ່ອນນີ້ສາມປີເຮັດໃຫ້ ມີ 2 ຄົນເສຍຊີວິດ, 15 ຄົນຖືກບາດເຈັບ ແລະ ອາຄານລັດຖະບານຢູ່ນະຄອນຫຼວງ ກີແອັບຖືກຍິງເຂົ້າໃສ່.

Top