• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຝລັ່ງ: ວິໄສທັດ “ຟື້ນຟູ, ພັດທະນາເຂັ້ມແຂງ ແລະ ຫນູນຊ່ວຍກັນ”

ທ່ານປະທານາທິບໍດີ ຝລັ່ງ  Emmanuel Macron ກໍ່ປະກາດ ບັນດາບຸລິມະສິດໃນອາຍຸການປະທານໝູນວຽນຂອງ ຝລັ່ງ ຈະລວມມີ: ອະທິປະໄຕ, ການເຕີບໂຕ, ຊີວະພາບ, ຫັນເປັນດີຈີຕອນ, ລັດແຫ່ງອຳນາດນິຕິບັນຍັດ.
ທ່ານປະທານາທິບໍດີ ຝລັ່ງ  Emmanuel Macron. (ພາບ:AFP/TTXVN)

ວັນທີ 1 ມັງກອນ, ຝລັ່ງ ຮັບດຳລົງຕຳແຫນ່ງປະທານໝູນວຽນ ສະພາ ສະຫະພາບເອີລົບ (ອີຢູ) ໃນເຄິ່ງປີ 2022 ຢ່າງເປັນທາງການ. ນີ້ແມ່ນຄັ້ງທີ 13 ຝລັ່ງ ຮັບບົດບາດນີ້ ນັບແຕ່ເມື່ອ ອີຢູ ໄດ້ຮັບການສ້າງຕັ້ງໃນປີ 1993. ແຕ່ວັນທີ 1 ມັງກອນຮອດວັນທີ 30ມິຖຸນາປີ 2022, ຝລັ່ງຕ້ອງປະຕິບັດບາງຫນ້າທີ່ສຳຄັນ ແລະ ຍົກອອກບັນດາການປຶກສາຫາລືມີຄວາມສາມາດແກ້ໄຂບັນຫາການເມືອງລະຫວ່າງບັນດາລັດຖະບານຂອງ 27 ປະເທດສະມາຊິກ ຫລື ລະຫວ່າງລັດຖະບານແລະ ລັດຖະສະພາ ເອີລົບ. ຝລັ່ງກໍ່ຮັບຜິດຊອບການຈັດຕັ້ງ ແລະ ເປັນປະທານທຸກກອງປະຊຸມຂອງສະພາ ອີຢູ ຕາມຂົງເຂດເຄື່ອນໄຫວ. ຕາມແຜນການ, ໃນອາຍຸການ 65 ເດືອນ, ອາດຈະມີເກືອບ 400 ເຫດການໄດ້ຂຶ້ນແຜນແລ້ວ ແລະຈະຈັດຕັ້ງຢູ່ ຝລັ່ງ, ແບນຊິກ ກໍ່ຄື ບາງປະເທດສະມາຊິກກ່ອນທີ່ ຝລັ່ງ ມອບສົ່ງບົດບາດປະທານໃຫ້ ຊູແອດໃນ 6 ເດືອນທ້າຍປີ 2022.

ທ່ານປະທານາທິບໍດີ ຝລັ່ງ  Emmanuel Macron ກໍ່ປະກາດ ບັນດາບຸລິມະສິດໃນອາຍຸການປະທານໝູນວຽນຂອງ ຝລັ່ງ ຈະລວມມີ: ອະທິປະໄຕ, ການເຕີບໂຕ, ຊີວະພາບ, ຫັນເປັນດີຈີຕອນ, ລັດແຫ່ງອຳນາດນິຕິບັນຍັດ.. ດ້ວຍທິດນຳ “ຟື້ນຟູ, ພັດທະນາເຂັ້ມແຂງ, ຫນູນຊ່ວຍກັນ”. ເປົ້າໝາຍແມ່ນກໍ່ສ້າງ ເອີລົບມີອະທິປະໄຕຄົບຖ້ວນ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top