ວັນທີ 28 ຕຸລາ, ຄະນະຜູ້ຕາງໜ້າ ຝລັ່ງ ປະຈຳສະຫະປະຊາຊາດ ໄດ້ອອກແຈ້ງການຊົມເຊີຍເລື່ອງ ຫວຽດນາມ ເປັນເຈົ້າພາບຈັດພິທີເປີດການລົງນາມສົນທິສັນຍາຂອງສະຫະປະຊາຊາດວ່າດ້ວຍການຕ້ານອາດຊະຍາກຳທາງເຄືອນຂ່າຍອິນເຕີເນັດ (ສົນທິສັນຍາ ຮ່າໂນ້ຍ), ຈັດຂຶ້ນໃນວັນທີ 25 ຕຸລາ ຜ່ານມາ.
ແຈ້ງການຕີລາຄາວ່າ ສົນທິສັນຍາໄດ້ສະໜອງໃຫ້ ຝລັ່ງ, ສະຫະພາບ ເອີລົບ (ອີຢູ) ແລະ ບັນດາປະເທດລົງນາມ ມີຂອບເຂດການກະທຳລວມ ເພື່ອຮັບມືກັບບັນດາການກະທຳລະເມີດຂ້າມຊາຍແດນ, ຮຽກຮ້ອງການສົມທົບກັນປະກິຕິລິຍາ. ຄະນະຜູ້ຕາງໜ້າຂອງ ຝລັ່ງ ຖືວ່າ ສົນທິສັນຍາອະນຸຍາດໃຫ້ອຳນາດການປົກຄອງບັນດາປະເທດ ສົມທົບກັນຢ່າງແໜ້ນແຟ້ນກວ່າໃນການແລກປ່ຽນຂໍ້ມູນຂ່າວສານ, ດຳເນີນການສືບສວນລວມ, ກໍຄື ສ້າງເງື່ອນໄຂໃຫ້ແກ່ການຈັບຕົວ, ສົ່ງຜູ້ຮ້າຍຂ້າມແດນ ແລະ ກ່າວຟ້ອງສານສຳລັບອາດຊະຍາກຳທາງອິນເຕີເນັດຢູ່ບໍ່ວ່າແຫ່ງໃດ. ຄະນະຜູ້ຕາງໜ້າ ຝລັ່ງ ເນັ້ນໜັກວ່າ ເລື່ອງຜັນຂະຫຍາຍສົນທິສັນຍາ ຮ່າໂນ້ຍ ໂດຍໄວ, ດ້ວຍການເຂົ້າຮ່ວມຂອງສັງຄົມພົນລະເຮືອນ ແລະ ເອກະຊົນ, ໄດ້ຮັບຖືແມ່ນແມ່ນປັດໃຈແກ່ນສານເພື່ອຮັບມືກັບບັນດາສິ່ງທ້າທາຍໂດຍອາດຊະຍາກຳທາງອິນເຕີເນັດວາງອອກຢ່າງມີປະສິດທິຜົນ.








