• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜູ້ແທນກ່ວາ 580 ທ່ານເຂົ້າຮ່ວມບັນດາໂຄງການດຳເນີນງານຂອງ SOM1


ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ
 
      ໃນ​ຂອບ​ເຂດກອງ​ປະ​ຊຸມ​ຄັ້ງ​ທີ 1 ບັນ​ດາ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ APEC (SOM 1) ແລະ ບັນ​ດາ​ກອງ​ປະ​ຊຸມ​ກ່ຽວ​ຂ້ອງ, ວັນ​ທີ 20/2, ຢູ່​ນະ​ຄອນ ຍາ​ຈ​າງ, ຜູ້​ແທນ​ APEC ກ່ວາ 580 ຄົນໄດ້​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ 8 ກຸ່​ມ​ປະ​ຕິ​ບັດ​ງານ, ອະ​ນຸ​ກຳ​ມະ​ການ ແລະ ກອງ​ປະ​ຊຸມ​ສຳ​ມະ​ນາ​ຂອງ APEC ກ່ຽ​ວ​ກັບ​ການ​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາກອ​ນ​ມະ​ນຸດ (HRDWG), ​ການຕ້ານ​ການ​ສໍ້​ລາດ​ບັງຫຼວງ ແລະ ຫັນ​ເປັນ​ຈະ​ແຈ້ງ (ACTWG), ​ການ​ເຄື່ອນຍ້າຍ​ນັກ​ທຸ​ລະ​ກິດ (BMG), ວິ​ທະ​ຍາ​ສາດ​ຊີ​ວິ​ດ​ການ​ເປັນ​ຢູ່ ແລະ ການ​ປ່ຽນ​ໃໝ່ (LSIF), ນັກ​ຊ່ຽວ​ຊານ​ກ່ຽວ​ກັບ​ຕ້ານ​ການ​ຂຸດ​ຄົ້ນ​ໄມ້​ຢ່າງ​ຜ​ິ​ດ​ກົດ​ໝາຍ ແລະ ການ​ຄ້າ​​ທີ່ກ່ຽວ​ຂ້ອງ (EGILAT), ​ມາດຕະ​ຖານ ແລະ ​ຖືກ​ຕ້ອງ​ຕາມມາດ​ຕະ​ຖານ (SCSC), ກົດ​ໝາຍ ແລະ ນະ​ໂຍ​ບາຍ​ແກ່ງ​ແຍ້ງ (CPLG) ແລະ ບັນ​ດາ​ລະ​ບຽບ​ກາ​ນ​ພາ​ສ​ີ (SCCP).
       ບັນ​ດາ​ກ​ຸ່ມ ACTWG, BMG ໄດ້​ສິ້ນ​ສຸດກອງ​ປະ​ຊຸມ​ຄັ້ງ​ທ​ຳ​ອິດ​ຂອງ​ປີ 2017 ດ້ວຍ​ການ​ຮັບ​ຮອງ​ເອົາ​ບັນ​ດ​າ​ໂຄງ​ການ​ເຄື່ອນ​ໄຫວ ແລະ ບັນ​ດາ​ບຸ​ລິ​ມະ​ສິດ​ວຽກ​ງານ​ໃນ​ປີ 2017. ​ໂດຍ​ສືບ​ຕໍ່ ບັນ​ດາ​ກອງ​ປະ​ຊຸມ​ກຽມ​ຂອງ 2 ວັນ​ກ່ອນ, ບັນ​ດາ​ກຸ່ມ SCSC ແລະ HRDWG ໄດ້​ກ້າວ​ເຂົ້າ​ສູ່ກອງ​ປະ​ຊຸມ​ທາງ​ການ​ທຳ​ອິດ. ບັນ​ດາ​ຜູ້​ແທນ​ເນັ້ນ​ໜັກ​​ວ່າການ​ຮ່ວມ​ມື​ກ່ຽວ​ກັບ​ການ​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ APEC ໃນ​ປີ 2017 ຕ້ອງ​ປະ​ກອບ​ສ່ວນ​ຊຸກ​ຍູ້​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ, ມຸ່ງ​ໄປ​ເຖິງ​ການ​ເຕີບ​ໂຕ​ເສດ​ຖະ​ກິດ, ຕິດ​ພັນ​ກັບ​ສັງ​ຄົມ ແລະ ຄວາມ​ວັດ​ທະ​ນາ​ຖາ​ວອນ​ຂອງ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ສະ​ມາ​ຊິກ. ບັນ​ດາ​ຜູ້​ແທນ​ເປັນ​ເອ​ກະ​ພາບ​ຊຸກ​ຍູ້​ວຽກ​ງານ​ກະ​ກຽມ​ເພື່ອ​ຈັດ​ຕັ້ງ​ສຳ​ເລັດ “​ການ​ເຈ​ລະ​ຈາ​ນະ​ໂຍ​ບາຍ​ຂັ້ນ​ສູງ​ກ່ຽວ​ກັບ​ການ​ບ​ຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃນ​ສັງ​ກະ​ລາດ​ດີ​ຈີ​ຕອນ” ຢູ່​ນະ​ຄອນຫຼວງ ຮ່າ​ໂນ້ຍ ໃນ​ເດືອນ 5 ຈະ​ມາ​ເຖິງ.
        ໃນ​ວັນ​ທີ 20/2, ​ເຊິ່ງແມ່ນ​ວັນ​ເຮັດ​ວຽກ​ທຳ​ອິດ​ຂອງ​ອະ​ນຸ​ກຳ​ມະ​ການ SCCP, ດ້ວຍ​ການ​ປະ​ຊຸມ​ກຸ່ມ​ເພື່ອນ​ມິດ​ຂອງ​ປະ​ທານ SCCP ແລະ ກອງ​ປະ​ຊຸມ​ສຳ​ມະ​ນາ​ໝູນ​ໃຊ້​ການກວດ​ກາ​ໃນ​ຂົງ​ເຂດ​ແກ່ງ​ແຍ້ງ ເພື່​ອ​ລົ​ບ​ລ້າງ​ຮົ້ວ​ຂີດ​ຂວາງ​ດ້ານ​ການ​ຄ້າ​ສິນ​ຄ້າ ແລະ ການບໍ​ລິ​ການ​ຂອງ ກຸ່ມ CPLG.
       ຄະ​ນະ​ຜູ້​ແທນ ຫວຽດ​ນາມ ສືບ​ຕໍ່​ສະ​ແດງ​ບົດ​ບາດ​ປະ​ເທດ​ເຈົ້າ​ພາບ​ເປັນ​ຢ່າງ​ດີ. ການ​ນຳ​ບັນ​ດາ​ກະ​ຊວງ, ອົງ​ການ​ຂອງ ຫວຽດ​ນາມ ແບ່ງ​ປັນ​ໝາກ​ຜົນ​ແຫ່ງ​ການ​ຜັນ​ຂະ​ຫຍາຍຫຼາຍ​ຂໍ້​ລິ​ເລີ່ມ, ໃນ​ນັ້ນ​ມີ​ໂຄງ​ການ “ຊຸກ​ຍູ້​ການ​ຫັນ​ເປັນ​ການ​ຄ້າ ແລະ ການ​ລົງ​ທຶນ​ສຳ​ລັບ​ຜະ​ລິດ​ຕະ​ພັນ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ ແລະ ພັດ​ທະ​ນາ​ເຕັກ​ໂນ​ໂລຢ​ີ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ”…
 (ແຫຼ່ງຄັດຈາກ VOV)
                                                                                            

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top