ຕອນຄ່ຳວັນທີ 12 ກັນຍາ, ທ່ານນາງ Sam Mostyn ຜູ້ສຳເລັດຣາຊະການແຫ່ງເຄືອຈັກະພົບ ອົດສະຕາລີ ແລະ ສາມີ Simeon Beckett ໄດ້ເດີນທາງອອກຈາກນະຄອນ ໂຮ່ຈີມິນ, ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ແຕ່ວັນທີ 09 – 12 ກັນຍາ, ຕາມຄຳເຊີນຂອງທ່ານ ເລືອງເກື່ອງ, ປະທານປະເທດແຫ່ງ ສສ.ຫວຽດນາມ ແລະ ພັນລະຍາ.
ໃນໄລຍະຢ້ຽມຢາມ ຫວຽດນາມ, ທີ່ບັນດາການພົບປະເຈລະຈາ, ສົນທະນາ, ການນຳ ຫວຽດນາມ ໄດ້ຕີລາຄາສູງເລື່ອງເປັນຄັ້ງທຳອິດທີ່ຜູ້ສຳເລັດຣາຊະການແຫ່ງເຄືອຈັກະພົບ ອົດສະຕາລີ ມາຢ້ຽມຢາມທາງລັດຖະກິດ ຫວຽດນາມ ແລະ ເຊື່ອໝັ້ນວ່ ອົດສະຕາລີ ຈະນັບມື້ນັບຢືນຢັນທີ່ຕັ້ງ ແລະ ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືພັດທະນາຢູ່ພາກພື້ນ ແລະ ໃນໂລກ. ສ່ວນທ່ານນາງ Sam Mostyn ເນັ້ນໜັກວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈທີ່ສຸດຂອງ ອົດສະຕາລີ, ທ່ານ ປາດຖະໜາວ່າ 2 ຝ່າຍຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນທຸກຂົງເຂດ ເພື່ອມຸ່ງໄປເຖິງພາກພື້ນແຫ່ງສັນຕິພາບ, ສະຖຽນລະພາບ, ພັດທະນາ ແລະ ວັດທະນາຖາວອນ.