• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜູ້ປະຈຳການຄະນະເລຂາສູນກາງພັກ ເຈິ່ນກັວກເວື້ອງ ເຮັດວຽກກັບຄະນະພັກແຂວງ ກວາງງ້າຍ

ຕອນເຊົ້າວັນທີ 2 ກໍລະກົດ, ຄະນະປະຕິບັດງານຄະນະເລຂາສູນກາງພັກ ໂດຍທ່ານ ເຈິ່ນກັວກເວື້ອງ, ຜູ້ປະຈຳການຄະນະເລຂາ ສູນກາງພັກກອມມູນິດ ຫວຽດນາມ ນຳໜ້າ, ໄດ້ລົງໄປເຮັດວຽກກັບຄະນະພັກແຂວງ ກວາງງ້າຍ ກ່ຽວກັບໝາກຜົນຂອງການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທີ XIX ນັບແຕ່ຕົ້ນອາຍຸການມາຮອດປັດຈຸບັນ.


ຜູ້ປະຈຳການຄະນະເລຂາສູນກາງພັກ ເຈິ່ນກັວກເວື້ອງ ກ່າວຄຳເຫັນທີ່ການເຮັດວຽກ

(ພາບ: Tuan Anh/TTXVN)

ກ່າວຄຳເຫັນກັບການນຳແຂວງ ກວາງງ້າຍ, ຜູ້ປະຈຳການຄະນະເລຂາສູນກາງພັກ ເຈິ່ນກັວກເວື້ອງ ໄດ້ໃສ່ໃຈວ່າ ແຂວງກວາງງ້າຍ ຈົ່ງສືບຕໍ່ປະຕິບັດວຽກງານກໍ່ສ້າງພັກ, ສ້າງລະບົບການເມືອງໃຫ້ເປັນຢ່າງດີ; ກຳແໜ້ນຫຼັກການລວມສູນປະຊາທິປະໄຕ, ເຮັດວຽກຕາມລະບຽບຂໍ້ກຳນົດ. ພ້ອມກັນນັ້ນ, ທາງແຂວງຕ້ອງປະຕິບັດຄຳຊີ້ນຳຂອງພັກໃນການພັດທະນາເສດຖະກິດ-ສັງຄົມຢ່າງເຂັ້ມງວດ, ໃນນັ້ນ ຕ້ອງຊົມໃຊ້, ເສີມຂະຫຍາຍທ່າແຮງຂອງແຂວງ, ພິເສດແມ່ນຊົມໃຊ້ທ່າໄດ້ປຽບຂອງໂຮງງານກັ່ນນ້ຳມັນ ຢຸງກັວດ ເພື່ອພັດທະນາແຫຼ່ງກຳລັງພາຍໃນຂອງຕົນ. ທາງແຂວງກໍຕ້ອງຢືດໝັ້ນປະຕິບັດພື້ນຖານກະສິກຳ ທີ່ໝູນໃຊ້ເຕັກໂນໂລຢີສູງ, ກະສິກຳປອດສານພິດ ແລະ ອື່ນໆ.

        ກ່ອນໜ້ານັ້ນ,ຄະນະປະຕິບັດງານ ກໍໄດ້ລົງໄປຢ້ຽມຢາມ ແລະເຮັດວຽກກັບຕາແສງ ຕິ້ງເຄ, ນະຄອນ ກວາງງ້າຍ.

 (ແຫຼ່ງຄັດຈາກ VOV)


ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top