• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜັນ​ຂະ​ຫຍາຍ​ໂຄງ​ການ​ໜູນ​ຊ່ວຍດອກ​ເບ້ຍ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ຢ່າງ​ທັນ​ການ, ມີ​ປະ​ສິດ​ທິ​ຜົນ, ຖືກ​ຕ້ອງ​ການ​ການ​ກຳ​ນົດ

ຕອນບ່າຍວັນທີ 17 ສິງຫາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ໄດ້ຈັດກອງປະຊຸມກັບບັນດາກະຊວງ, ຂະແໜງການກ່ຽວກັບການຜັນຂະຫຍາຍບ້ວງເງິນໜູນຊ່ວຍດອກເບ້ຍ 2% ຕໍ່ວິສາຫະກິດ, ສະຫະກອນ, ຄອບຄົວດຳເນີນທຸລະກິດ.

ຕອນບ່າຍວັນທີ 17 ສິງຫາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ໄດ້ຈັດກອງປະຊຸມກັບບັນດາກະຊວງ, ຂະແໜງການກ່ຽວກັບການຜັນຂະຫຍາຍບ້ວງເງິນໜູນຊ່ວຍດອກເບ້ຍ 2% ຕໍ່ວິສາຫະກິດ, ສະຫະກອນ, ຄອບຄົວດຳເນີນທຸລະກິດ.

    

ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ສະເໜີໃຫ້ບັນດາກະຊວງ, ຂະແໜງການດຳເນີນການສຳຫຼວດກວດກາຄືນບັນດາຂໍ້ກຳນົດທີ່ກ່ຽວຂ້ອງຂະແໜງອາຊີບ, ເປົ້າໝາຍໄດ້ຊົມໃຊ້, ເງື່ອນໄຂກູ້ຢືມ…ເພື່ອປັບປຸງຢ່າງທັນການ, ທະນາຄານແຫ່ງລັດຕ້ອງເປັນເຈົ້າການກຳແໜ້ນສະພາບການຈາກຂັ້ນຮາກຖານ, ຖ້າກວດພົບຄວາມຫຍຸ້ງຍາກ, ຂໍ້ຕິດຂັດຕ້ອງມີວິທີການແກ້ໄຂຕາມສິດອຳນາດຂອງຕົນຢ່າງທັນການ, ຫຼືສະເໜີຂັ້ນທີ່ມີສິດອຳນາດພິຈາລະນາ, ຕັດສິນ. ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ກໍ່ມອບໝາຍໃຫ້ທະນາຄານແຫ່ງລັດແຕ່ງຕັ້ງຄະນະປະຕິບັດງານ (ໂດຍມີການເຂົ້າຮ່ວມຂອງບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ) ໂດຍໄວ ເພື່ອດຳເນີນການສຳຫຼວດສະພາບການຜັນຂະຫຍາຍປະຕິບັດຂອງບັນດາທະນາຄານການຄ້າ, ກຳແໜ້ນບັນດາບັນຫາທີ່ໄດ້ວາງອອກໃນຕົວຈິງ ເພື່ອມີມາດຕະການແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດຂອງຮາກຖານຢ່າງທັນການ. ໄປຄຽງຄູ່ກັນນັ້ນ, ທະນາຄານແຫ່ງລັດກໍ່ສືບຕໍ່ສົມທົບກັບບັນດາອົງການທີ່ກ່ຽວຂ້ອງ, ຍູ້ແຮງວຽກງານຖະແຫຼງຂ່າວໂຄສະນາ ເພື່ອຜັນຂະຫຍາຍໂຄງການໜູນຊ່ວຍດອກເບ້ຍໃຫ້ແກ່ວິສາຫະກິດ, ສະຫະກອນ, ຄອບຄົວດຳເນີນທຸລະກິດ ຢ່າງທັນການ, ມີປະສິດທິຜົນ, ຖືກຕ້ອງຕາມຂໍ້ກຳນົດ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top