ທ່ານ ໂຮ່ດຶກເຟື໊ອກ, ຫົວໜ້າໃຫຍ່ອົງການກວດສອບແຫ່ງລັດຫວຽດນາມ ແລະ ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ - ພາບ:TTXVN
ກ່າວຄຳເຫັນນະທີ່ນີ້, ທ່ານ ໂຮ່ດຶກເຟື໊ອກ, ຫົວໜ້າໃຫຍ່ອົງການກວດສອບແຫ່ງລັດຫວຽດນາມ, ປະທານບັນດາອົງການກວດສອບສູງສຸດອາຊີ (ASOSAI) ຄັ້ງທີ 14 ໃຫ້ຮູ້ວ່າ: ກອງປະຊຸມໃຫຍ່ ASOSAI ຄັ້ງທີ 14 ໂດຍອົງການກວດສອບແຫ່ງລັດຫວຽດນາມ ເປັນເຈົ້າພາບຈັດຕັ້ງໃນປີ 2018 ໄດ້ຮັບຮອງເອົາຖະແຫຼງການຮ່າໂນ້ຍ ກ່ຽວກັບການກວດສອບສິ່ງແວດລ້ອມ ເພື່ອການພັດທະນາແບບຍືນຍົງ. ຕໍ່ໜ້າສະພາບການສຸກເສີນກ່ຽວກັບຄວາມໝັ້ນຄົງແຫຼ່ງນ້ຳຢູ່ບັນດາປະເທດຂຶ້ນກັບຍ່ານລຸ່ມແມ່ນ້ຳຂອງ, ໃນນັ້ນມີຫວຽດນາມ, ອົງການກວດສອບແຫ່ງລັດຫວຽດນາມ ມີຄວາມຮັບຮູ້ຢ່າງເລິກເຊິ່ງວ່າ ນີ້ແມ່ນໂອກາດທີ່ສະດວກ ເພື່ອສົມທົບກັບບັນດາອົງການກວດສອບສູງສຸດ (SAI) ສະມາຊິກຂຶ້ນກັບພາກພື້ນອາຊີຕາເວັນອອກສ່ຽງໃຕ້ ພ້ອມກັນຜັນຂະຫຍາຍປະຕິບັດການກວດສອບຮ່ວມມືກ່ຽວກັບຂົງເຂດນີ້. ຫົວຂໍ້ຂອງການກວດສອບຮ່ວມມືວ່າ “ກວດສອບການຄຸ້ມຄອງແຫຼ່ງນ້ຳເຂດຍ່ານລຸ່ມແມ່ນ້ຳຂອງ ຕິດພັນກັບການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ” ໃນໄລຍະປີ 2020 – 2021.
ໃນຂອບເຂດຂອງກອງປະຊຸມ, ອົງການກວດສອບສູງສຸດຂອງ ຫວຽດນາມ, ໄທ ແລະ ມຽນມາ ໄດ້ເຊັນຖະແຫຼງການໃຫ້ຄຳໝັ້ນສັນຍາພ້ອມດ້ວຍມາດຕາປຽບທຽບການກວດສອບຮ່ວມມືກ່ຽວກັບການຄຸ້ມຄອງແຫຼ່ງນ້ຳເຂດຍ່ານລຸ່ມແມ່ນ້ຳຂອງ (ToR) ໄປພ້ອມ.
(ແຫຼ່ງຄັດຈາກ VOV)