ຂ່າວສານ
ປະທານປະເທດ ເລືອງເກື່ອງ: ດ້ວຍພູມປັນຍາ ແລະ ຄຸນນະທາດອົງອາດກ້າແກ່ນ, ຊາດ ຫວຽດນາມ ຈະສືບຕໍ່ພິຊິດບັນດາຍອດສູງໃໝ່
ເຂົ້າຮ່ວມງານລ້ຽງ ມີທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ; ທ່ານປະທານສະພາແຫ່ງຊາດ ຫວຽດນາມ
ເຈິ່ນແທັງເໝິນ ແລະ ພັນລະຍາ. ບັນດາຜູ້ແທນສາກົນ ມີທ່ານ Samdech Techo Hun Sen ປະທານພັກປະຊາຊົນ ກຳປູເຈຍ, ປະທານສະພາສູງ ກຳປູເຈຍ; ທ່ານ Miguel Diaz Canel Bermudez ເລຂາທິການທີ 1, ປະທານປະເທດ ກູບາ; ທ່ານ ຈ້າວເລວຈີ້ ປະທານສະພາປະຊາຊົນແຫ່ງຊາດ ຈີນ; ທ່ານ Igor Sergeenko ປະທານສະພາຕ່ຳ ເບລາຣຸດ; ທ່ານ ສະເຫຼີມໄຊ ກົມມະສິດຮອງນາຍົກລັດຖະມົນຕີ ແຫ່ງ ສປປ. ລາວ; ທ່ານ Vladimir Vladimirovich Yakushev ຮອງປະທານຜູີທີ 1 ສະພາລະຫວ່າງສະພາແຫ່ງຊາດສະຫະພັນ ລັດເຊຍ...
“ຫວຽດນາມ ພວມກ້າວເຂົ້າສູ່ສັງກາດພັດທະນາໃໝ່, ດ້ວຍຄວາມຕັດສິນໃຈ, ບັນຍາກາດໃໝ່, ເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ຊີວິດທີ່ອີ່ມໜຳສຳລານ, ຄວາມເສລີພາບ, ຄວາມຜາສຸກ. ຫວຽດນາມ ຈະສືບຕໍ່ມານະພະຍາຍາມປັບປຸງ ແລະ ເຮັດໃຫ້ການພົວພັນມິດຕະພາບ ແລະ ການຮ່ວມມືກັບບັນດາປະເທດ, ບັນດາຄູ່ຮ່ວມມືໃນໂລກເລິກເຊິ່ງຂຶ້ນຕື່ມ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພື້ນຖານການເມືອງໂລກ, ພື້ນຖານເສດຖະກິດທົ່ວໂລກ ແລະ ພື້ນຖານອະລິຍະທຳມະນຸດ. ໂດຍເຊື່ອມຊຶມຄຳບອກສອນຂອງປະທານ ໂຮ່ຈີມິນ, ຫວຽດນາມ ຈະສືບຕໍ່ຮ່ວມເດີນທາງ, ຮ່ວມແຮງຮ່ວມໃຈປະກອບສ່ວນພ້ອມກັບເພື່ອນມິດສາກົນສ້າງໂລກສັນຕິພາບ, ວັດທະນາຖາວອນ ແລະ ພັດທະນາແບບຍືນຍົງ.”