ຂ່າວສານ

ປ​ະ​ທານ​ປະ​ເທດ ເລືອງ​ເກື່ອງ: ດ້ວຍ​ພູມ​ປັນ​ຍາ ແລະ ຄຸນນະທາດອົງ​ອາດ​ກ້າ​ແກ່ນ, ຊາດ ຫວຽດ​ນາມ ຈະ​ສືບ​ຕໍ່​ພິ​ຊິດ​ບັນ​ດາ​ຍອດ​ສູງ​ໃໝ່

ຕອນຄ່ຳວັນທີ 1 ກັນຍາ, ຢູ່ຫໍປະຊຸມແຫ່ງຊາດ, ຮ່າໂນ້ຍ, ການນຳພັກ, ລັດ ຫວຽດນາມ ໄດ້ຈັດຕັ້ງງານລ້ຽງສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 80 ປີ (2/9/1945 - 2/9/2025) ຂຶ້ນຢ່າງສົມກຽດ.
ບັນດາຜູ້ແທນເຂົ້າຮ່ວມງານລ້ຽງ

ເຂົ້າຮ່ວມງານລ້ຽງ ມີທ່ານເລຂາທິການໃຫຍ່ ຄະນະບໍລິຫານງາສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ; ທ່ານປະທານສະພາແຫ່ງຊາດ ຫວຽດນາມ 
ເຈິ່ນແທັງເໝິນ ແລະ ພັນລະຍາ. ບັນດາຜູ້ແທນສາກົນ ມີທ່ານ Samdech Techo Hun Sen ປະທາພັກປະຊາຊົນ ກຳປູເຈຍ, ປະທານສະພາສູງ ກຳປູເຈຍ; ທ່ານ Miguel Diaz Canel Bermudez ເລຂາທິການທີ 1, ປະທານປະເທດ ກູບາ; ທ່ານ ຈ້າວເລວຈີ້ ປະທານສະພາປະຊາຊົນແຫ່ງຊາດ ຈີນ; ທ່ານ Igor Sergeenko ປະທານສະພາຕ່ຳ ເບລາຣຸດ; ທ່ານ ສະເຫຼີມໄຊ ກົມມະສິດຮອງນາຍົກລັດຖະມົນຕີ ແຫ່ງ ສປ. ລາວ; ທ່ານ Vladimir Vladimirovich Yakushev ຮອງປະທານຜູີທີ 1 ສະພາລະຫວ່າງສະພາແຫ່ງຊາດສະຫະພັນ ລັດເຊຍ...

ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ຢັ້ງຢືນວ່າ ດ້ວຍເຈດຈຳນົງ, ຄວາມຄາດຫວັງສ້າງສາປະເທດໝັ້ນຄົງເຂັ້ມແຂງຢ່າງຮ້ອນແຮງ, ພ້ອມດ້ວຍພູມປັນຍາ ແລະ ຄຸນນະທາດອັນກ້າແກ່ນ, ຊາດ ຫວຽດນາມ ຈະສືບຕໍ່ພິຊິດບັນດາຍອດສູງໃໝ່, ຍູ້ແຮງຂະບວນວິວັດແຫ່ງການປ່ຽນແປງໃໝ່, ເປັນເຈົ້າການເຊື່ອມໂຍງ, ປະກາຍແຈ້ງ ແລະ ແຜ່ກະຈາຍແປວໄຟແຫ່ງນ້ຳໃຈໄກ່ເກ່ຍ, ສາມັກຄີ ແລະ ຮ່ວມມືສາກົນ.

ຫວຽດນາມ ພວມກ້າວເຂົ້າສູ່ສັງກາດພັດທະນາໃໝ່ດ້ວຍຄວາມຕັດສິນໃຈບັນຍາກາໃໝ່ເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ຊີວິດທີ່ອີ່ມໜຳສຳລານຄວາມເສລີພາບຄວາມຜາສຸກຫວຽດນາມ ຈະສືບຕໍ່ມານະພະຍາຍາມປັບປຸງ ແລະ ເຮັດໃຫ້ການພົວພັນມິດຕະພາບ ແລະ ການຮ່ວມມືກັບບັນດາປະເທດບັນດາຄູ່ຮ່ວມມືໃນໂລກເລິກເຊິ່ງຂຶ້ນຕື່ມປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພື້ນຖານການເມືອງໂລກພື້ນຖານເສດຖະກິດທົ່ວໂລກ ແລະ ພື້ນຖານອະລິຍະທຳມະນຸດໂດຍເຊື່ອມຊຶຄຳບອກສອນຂອງປະທານ ໂຮ່ຈີມິນຫວຽດນາມ ຈະສືບຕໍ່ຮ່ວມເດີນທາງຮ່ວມແຮງຮ່ວມໃຈປະກອບສ່ວນພ້ອມກັບເພື່ອນມິດສາກົນສ້າງໂລກສັນຕິພາບວັດທະນາຖາວອນ ແລະ ພັທະນາແບບຍືນຍົງ.”

 

 


top