• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປົກ​ປັກ​ຮັກ​ສາ ແລະ ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ເຂດ​ຊາຍ​ແດນ ແມ່ນ​ຜົນ​ປະ​ໂຫຍດ ແລະ ຄວາມ​ຮັບ​ຜິດ​ຊອບ​ລວມ​ຂອງ​ປະ​ຊາ​ຄົ​ມ​ສາ​ກົນ

ຕອນຄ່ຳວັນທີ 9 ສິງຫາ, ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi, ປະທານຜັດປ່ຽນ ເດືອນສິງຫາ 2021 ຂອງສະພາຄວາມໝັ້ນຄົງ ສປຊ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ມີບົດກ່າວປາໄສສຳຄັນໃນວາລະປຶກສາຫາລືເປີດຂັ້ນສູງ ຂອງສະພາຄວາມໝັ້ນຄົງ ສປຊ ດ້ວຍຫົວຂໍ້ “ເພີ່ມທະວີການປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນ: ຂົງເຂດໜຶ່ງໃນການຮ່ວມມືສາກົນ” ເຊິ່ງຖືກຈັດຂຶ້ນແບບທາງໄກ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງກ່າວຄຳເຫັນທີ່ວາລະປຶກສາຫາລື (ພາບ: VGP)

ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ: ໂດຍເປັນປະເທດແຄມທະເລ, ຫວຽດນາມ ມີຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບຄຸນຄ່າອັນໃຫຍ່ຫຼວງຂອງທະເລ ກໍຄື ບັນດາສິ່ງທ້າທາຍໃນການປ້ອງກັນຄວາມສະຫງົບຢູ່ທະເລ.  ຫວຽດນາມ ພວມຜັນຂະຫຍາຍຍຸດທະສາດພັດທະນາເສດຖະກິດທະເລແບບຍືນຍົງ ເພື່ອຂຸດຄົ້ນຊັບພະຍາກອນທຳມະຊາດແບບຍືນຍົງ ແລະ ມີຄວາມຮັບຜິດຊອບ ຮັບໃຊ້ການພັດທະນາ, ຍົກສູງກຳລັງຄວາມສາມາດປະຕິບັດກົດໝາຍ, ຮັບປະກັນ ແກ້ໄຂບັນຫາຢູ່ທະເລ, ການປົກປັກຮັກສາອະທິປະໄຕ, ອຳນາດອະທິປະໄຕ, ອຳນາດສານ ແລະ ຜົນປະໂຫຍດອັນຊອບທຳຢູ່ທະເລ ໃຫ້ເປັນຢ່າງດີ.

ຫວຽດນາມ ຢຶດໝັ້ນປະຕິບັດແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍກັບບັນດາສາຍພົວພັນສາກົນ; ເປັນເພື່ອນ, ເປັນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈຂອງບັນດາປະເທດທັງໝົດໃນໂລກ ແລະ ເປັນສະມາຊິກທີ່ມີຄວາມຮັບຜິດຊອບໃນປະຊາຄົມສາກົນ. ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາປະເທດໃນພາກພື້ນ ແລະ ໃນໂລກ, ໃນຄວາມມານະພະຍາຍາມແກ້ໄຂບັນດາບັນຫາປ້ອງກັນຄວາມສະຫງົບຢູ່ທະເລ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ຊຸກຍູ້ການພັດທະນາແບບຍືນຍົງຢູ່ພາກພື້ນ ແລະ ໃນໂລກ. ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ:

“ບັນຫາຄວາມໝັ້ນຄົງຢູ່ທະເລ ແມ່ນບັນຫາທົ່ວໂລກ ສະນັ້ນ ຕ້ອງມີມາດຕະການທົ່ວໂລກ; ສຳຜັດຢ່າງຮອບດ້ານ, ກວມລວມ ບົນພື້ນຖານຂອງການຮ່ວມມືເຈລະຈາ ແລະ ກົດໝາຍສາກົນ, ເພີ່ມທະວີການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ, ທັງພາກພື້ນ ແລະ ລະຫວ່າງພາກພື້ນ ກໍຄືໃນຂອບເຂດທົ່ວໂລກ ເພື່ອນແນໃສ່ຮັບມືກັບບັນດາສິ່ງທ້າທາຍຢູ່ທະເລໃຫ້ມີປະສິດທິຜົນ. ບັນດາປະເທດ ຄວນປະຕິບັດພັນທະນິຕິກຳຕາມສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລຢ່າງຄົບຖ້ວນ, ເຄົາລົບອະທິປະໄຕ, ຜົນປະໂຫຍດ ແລະ ບັນດາການເຄື່ອນໄຫວເສດຖະກິດທີ່ຖືກຕ້ອງຕາມກົດໝາຍຂອງບັນດາປະເທດແຄມທະເລ; ແກ້ໄຂບັນດາຂໍ້ຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ເຄົາລົບບັນດາວິວັດທະນາການທາງການທູດ ແລະ ນິຕິກຳ ແລະ ຮັບປະກັນສິດເສລີ, ຄວາມປອດໄພ, ຄວາມໝັ້ນຄົງໃນການເດີນເຮືອ ແລະ ການບິນ, ຫຼີກລ້ຽງບັນດາການເຄື່ອນໄຫວທີ່ເຮັດໃຫ້ສະພາບການສັບສົນ ຫຼື ເຄັ່ງຕຶງຂຶ້ນຕື່ມ”.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top