• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປົກປັກຮັກສາ ແລະ ເພີ່ມພູນຄູນສ້າງ, ພັດທະນາສາຍພົວພັນ ພິເສດລະຫວ່າງ ຫວຽດນາມ-ລາວ ຢ່າງບໍ່ຢຸດຢັ້ງ

 
 

ສະຫາຍເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ຍົກຈອກອວຍພອນ ສະຫາຍ ເລຂາທິການໃຫຍ່,
ປະທານປະເທດ ຫງວຽນຝູ໋ຈ້ອງ. ພາບ: ຈີ໋ຢຸງ/VNA

 
ຕອນຄຳ່ວັນທີ 24 ກຸມພາ 2019, ທີ່ສຳນັກງານປະທານປະເທດ, ສະຫາຍເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ໄດ້ ເປັນເຈົ້າພາບຈັດງານລ້ຽງຮັບຕ້ອນສະຫາຍເລຂາທິການໃຫຍ່, ປະ ທານປະເທດ ຫງວຽນຝູ໋ຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດ ນາມ ເນື່ອງໃນໂອກາດມາຢ້ຽມຢາມສປປ ລາວ ຢ່າງເປັນທາງ ການ.

ໃນຄຳອວຍພອນທີ່ງານລ້ຽງຮັບຕ້ອນ, ສະຫາຍເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ໄດ້ຕີລາຄາສູງຕໍ່ສະຫາຍເລຂາ ທິການໃຫຍ່, ປະທານປະເທດຫງວຽນຝູ໋ຈ້ອງ ທີ່ໄດ້ເລືອກຢ້ຽມ ຢາມ ສປປ ລາວ ເປັນປະເທດທຳອິດ ພາຍຫຼັງໄດ້ຮັບເລືອກຕັ້ງ ເປັນປະທານປະເທດ ແຫ່ງສສ ຫວຽດນາມ. ສິ່ງດັ່ງກ່າວ ໄດ້ຢັ້ງຢືນ ໃຫ້ເຫັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ.

ສະຫາຍເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ຢືນ ຢັນວ່າ ຈະສືບຕໍ່ຮ່ວມມືກັບບັນດາສະຫາຍ ຫວຽດນາມ ອ້າຍນ້ອງ ໃນການເພີ່ມທະວີ ແລະ ເພີ່ມພູນຄູນສ້າງ ມູນເຊື້ອສາມັກຄີແບບ ພິເສດ, ການຮ່ວມມືຮອບດ້ານລະຫວ່າງ ສອງປະເທດ.

ກ່າວປາໄສໃນງານລ້ຽງ, ສະຫາຍ ເລຂາທິການໃຫຍ່, ປະທານປະ ເທດ ຫງວຽນຝູ໋ຈ້ອງ ໄດ້ຢືນຢັນວ່າ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຈະເຮັດສຸດຄວາມສາມາດຂອງຕົນພ້ອມກັບ ພັກ, ລັດ ແລະ ປະຊາຊົນລາວ ເພື່ອປົກປັກຮັກສາ ແລະ ເພີ່ມພູນຄູນສ້າງ, ພັດທະນາສາຍພົວພັນ ພິເສດລະຫວ່າງ ຫວຽດນາມ-ລາວ ຢ່າງບໍ່ຢຸດຢັ້ງ, ເພື່ອຄວາມວັດທະນາຖາວອນ ແລະ ຄວາມຜາສຸກຂອງ ປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໂລກ. 
ປະຕິບັດ: VNA/VNP

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top