• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປູກຕົ້ນໄມ້ນຳມາເຊິ່ງຜົນປະໂຫຍດອັນໃຫຍ່ຫລວງໃຫ້ແກ່ປະເທດຊາດ

ຕອນເຊົ້າວັນທີ 10 ກຸມພາ (ກົງກັບວັນທີ 06 ເດືອນຈຽງໄລ່ຕາມຈັນທະປະຕິທິນ) ຢູ່ແຂວງ ອຽນບ໊າຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ເຂົ້າຮ່ວມພິທີປຸກລະດົມ “ບຸນເຕັດປູກຕົ້ນໄມ້ເພື່ອຮູ້ບຸນຄຸນລຸງໂຮ່ຕະຫລອດໄປ” ລະດູບານໃຫຍ່ປີກຸນ 2019.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ເຂົ້າຮ່ວມພິທີປຸກລະດົມ “ບຸນເຕັດປູກຕົ້ນໄມ້ (ພາບ: http://yenbai.gov.vn)

ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ເນັ້ນໜັກວ່າ: ຕອບສະໜອງຄຳຮຽກຮ້ອງຂອງລູງໂຮ່, ປະຊາຊົນໃນທົ່ວປະເທດ ຫວຽດນາມ ໄດ້ປະຕິບັດ “ບຸນເຕັດປູກຕົ້ນໄມ້” ທຳອິກເນື່ອງໃນໂອກາດບຸນເຕັດປີຊວດ (1960). ເລື່ອງປູກຕົ້ນໄມ້ໄດ້ປະກອບສ່ວນສຳຄັນເຂົ້າໃນການປ້ອງກັນ, ຕ້ານໄພທຳມະຊາດ, ການປ່ຽນແປງຂອງດິນຟ້າອາກາດ, ປັບປຸງສະພາບແວດລ້ອມ, ເຮັດໃຫ້ທິວທັດທຳມະຊາດສວຍສົດງົດງາມ, ພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ, ຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ.

          ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຮຽກຮ້ອງທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ, ທຸກຂັ້ນ, ທຸກຂະແໜງການ, ບັນດາທ້ອງຖິ່ນຈົ່ງເຂົ້າຮ່ວມການປູກຕົ້ນໄມ້ຢ່າງຫ້າວຫັນ ພ້ອມທັງຍົກສູງສະຕິຄວາມຮັບຮູ້ ແລະ ມີບັນດາມາດຕະການປົກປັກຮັກສາປ່າໄມ້ຢ່າງມີປະສິດທິຜົນ.

(ແຫຼ່ງຄັດຈາກ VOV)

10 ເຫດການທີ່ພົ້ນເດັ່ນຂອງ ຫວຽດນາມ ໃນປີ 2025 ໂດຍສຳນັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທີ່ພົ້ນເດັ່ນຂອງ ຫວຽດນາມ ໃນປີ 2025 ໂດຍສຳນັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ຫວຽດນາມ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ:

Top