ລາຍການ “ກອງທັບເຮືອຫວຽດນາມ ແມ່ນບ່ອນອີງໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ”
(ພາບ: nld.com.vn)
ລາຍການໄດ້ສຸມໃສ່ແນະນຳໃຫ້ພໍ່ແມ່ຊາວປະມົງກ່ຽວກັບທີ່ຕັ້ງ, ບົດບາດ, ຄວາມສຳຄັນຂອງທະເລ; ບັນດາສັນຍາຂີດເສັ້ນຊາຍແດນທາງທະເລລະຫວ່າງຫວຽດນາມ ກັບບັນດາປະເທດໃນພາກພື້ນ; ບັນດາເອກະສານນິຕິກຳດ້ານກົດໝາຍຂອງຫວຽດນາມ ກ່ຽວກັບທະເລ ແລະ ຂຸດຄົ້ນ, ຫາສິນທະເລຢ່າງປອດໄພ, ໝັ້ນຄົງ, ຕ້ານການຂຸດຄົ້ນສິນທະເລຢ່າງຜິດກົດໝາຍ… ກອງບັນຊາການກອງທັບເຮືອເຊື່ອໝັ້ນວ່າ, ດ້ວຍມູນເຊື້ອສະໜິດແໜ້ນລະຫວ່າງກອງທັບເຮືອຫວຽດນາມ ກັບພໍ່ແມ່ປະຊາຊົນ, ຊາວປະມົງ ແລະ ຄວາມເອົາໃຈໃສ່ຂອງການນຳບັນດາທ້ອງຖິ່ນ, ແນ່ນອນວ່າລາຍການຈະບັນລຸຜົນສຳເລັດອັນດີງາມ.
(ແຫຼ່ງຄັດຈາກ VOV)